ໃນການຖະແຫລງຂ່າວຫລັງການພົບປະເຈລະຈາ, ທ່ານປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ: ສອງປະເທດ ມີນ້ຳໃຈມິດຕະພາບອັນດີງາມທີ່ສຸດ, ຄວາມສະຫນິດຕິດພັນດ້ວຍບັນດາການພົວພັນກ່ຽວກັບປະຫວັດສາດ, ການຄ້າ, ວັດທະນະທຳ ແລະ ເຄົາລົບເຊິ່ງກັນ ແລະກັນ ພ້ອມທັງຢືນຢັນການຮ່ວມມືດ້ານການທະຫານແມ່ນຫນຶ່ງໃນບັນດາເສົາຄ້ຳສຳຄັນ. ສ່ວນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ກໍ່ຢືນຢັນຄຳໝັ້ນສັນຍາຊຸກຍູ້ຜົນປະໂຫຍດຂອງທັງສອງປະເທດ ແລະ ຫັນສັນຕິພາບ, ວັດທະນາຖາວອນໃນພາກພື້ນໃຫ້ປະກົດຜົນເປັນຈິງຜ່ານການປັບປຸງພັນທະມິດ ອາເມລິກາ - ຍີ່ປຸ່ນ ແລະ ເພີ່ມທະວີກຳລັງຄວາມສາມາດການນາບຂູ່, ຮ່ວມມືຢ່າງແຫນ້ນແຟ້ນເພື່ອແກ້ໄຂບັນດາສິ່ງທ້າທາຍປະຈຸບັນ.
ກ່ຽວກັບສິ່ງທ້າທາຍໃນພາກພື້ນ, ອາເມລິກາ ແລະ ຍີ່ປຸ່ນ ຢືນຢັນ ຈະຮ່ວມມືເພື່ອຕ້ານຄືນບັນດາການເຄື່ອນໄຫວກໍ່ຜົນສະທ້ອນດ້ວຍເຄື່ອງມືເສດຖະກິດ, ການທະຫານຂອງຈີນ. ສິ້ນສຸດການເຈລະຈາ, ສອງຝ່າຍອອກຖະແຫລງການຮ່ວມ, ເປັນພື້ນຖານ ແລະ ການກຳນົດທິດໃຫ້ແກ່ການຮ່ວມມືເລິກເຊິ່ງກວ່າ ລະຫວ່າງອາເມລິກາ ແລະ ຍີ່ປຸ່ນ.