• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ກຳປູເຈຍ ປຶກສາຫາລືກັບການນຳ ອາຊຽນ ກ່ຽວກັບບັນດາບັນຫາພາກພື້ນ

      ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບວິທີການຊຸກຍູ້ເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນໄລຍະຫຼັງໂລກລະບາດໂຄວິດ - 19 ພາຍຫຼັງ 15 ປະເທດ ອາຊີ - ປາຊີຟິກ ໄດ້ລົງນາມໃນ RCEP ແລະ ມີຜົນສັກສິດນັບແຕ່ວັນທີ 1 ມັງກອນ ປີ 2022.
ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen (ພາບ: AFP/TTXVN)
      ວັນທີ 17 ມັງກອນ, ຢູ່ນະຄອນຫຼວງ ພະນົມເປັນ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ໄດ້ພົບປະກັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ແລະ ປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ, ໃນນັ້ນ, ສຸມໃສ່ໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ສະພາບການເມືອງຢູ່ ມຽນມາ.
            ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບວິທີການຊຸກຍູ້ເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນໄລຍະຫຼັງໂລກລະບາດໂຄວິດ - 19 ພາຍຫຼັງ 15 ປະເທດ ອາຊີ - ປາຊີຟິກ ໄດ້ລົງນາມໃນ RCEP ແລະ ມີຜົນສັກສິດນັບແຕ່ວັນທີ 1 ມັງກອນ ປີ 2022. ທ່ານ ເລຂາທິການໃຫຍ່ ອາຊຽນ Lim Jock Hoi ໃຫ້ຄຳໝັ້ນສັນຍາຈະຮ່ວມມືຢ່າງແໜ້ນແຟ້ນກັບ ກຳປູເຈຍ - ປະທານ ອາຊຽນ ປີ 2022 ແລະ ບັນດາປະເທດສະມາຊິກ ອາຊຽນ ເພື່ອປະຕິບັດ RCEP ຢ່າງມີປະສິດທິຜົນ ແນໃສ່ຊຸກຍູ້ການພັດທະນາໃນ ອາຊຽນ. ທ່ານ Lim Jock Hoi ກໍ່ໃຫ້ຄຳໝັ້ນສັນຍາຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືເຈລະຈາຂອງ ອາຊຽນ, ພິເສດແມ່ນ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ.
            ກ່ຽວກັບບັນຫາ ມຽນມາ, ທ່ານນາຍົກລັດຖະມົນຕີ Hun Sen ໄດ້ແຈ້ງໃຫ້ຊາບກ່ຽວກັບການຢ້ຽມຢາມ ມຽນມາ ໃນໃກ້ໆນີ້ຂອງທ່ານ. ການຢ້ຽມຢາມແນໃສ່ຊຸກຍູ້ຄຳສັ່ງຢຸດຍິງ, ໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນ ມຽນມາ ທີ່ປະສົບກັບມີຄວາມຫຍຸ້ງຍາກ ແລະ ເປິດຊ່ອງທາງໃຫ້ທູດພິເສດຂອງປະທານ ອາຊຽນ ກ່ຽວກັບ ມຽນມາ ໄດ້ເຂົ້າສຳຜັດກັບບັນດາຝ່າຍທີ່ກ໋ຽວຂ້ອງ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top