• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີໂຮນລັງ: ສືບຕໍ່ລົບລ້າງຮົ້ວກີດຂວາງເພື່ອໃຫ້ວິສາຫະກິດສອງຝ່າຍຮ່ວມມືລົງທຶນ

ທ່ານນາຍົກລັດຖະມົນຕີລາຊະອານາຈັກ ໂຮນລັງ Mark Rutte ແລະ  ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກັບ ວິສາຫະກິດແຖວໜ້າຂອງ ໂຮນລັງ 70 ແຫ່ງ ແລະ ການນໍາບັນດາກະຊວງ, ຂະແໜງການຂອງຫວຽດນາມ.ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ຕອນບ່າຍວັນທີ 09 ເມສາ, ທ່ານນາຍົກລັດຖະມົນຕີລາຊະອານາຈັກ ໂຮນລັງ Mark Rutte ແລະ  ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກັບ ວິສາຫະກິດແຖວໜ້າຂອງ ໂຮນລັງ 70 ແຫ່ງ ແລະ ການນໍາບັນດາກະຊວງ, ຂະແໜງການຂອງຫວຽດນາມ.
ທ່ານນາຍົກລັດຖະມົນຕີລາຊະອານາຈັກ ໂຮນລັງ Mark Rutte  ເຂົ້າຮ່ວມການໂອ້ລົມສົນທະນາກັບ ວິສາຫະກິດແຖວໜ້າຂອງ ໂຮນລັງ 70 ແຫ່ງ ແລະ ການນໍາບັນດາກະຊວງ, ຂະແໜງການຂອງຫວຽດນາມ (ພາບ: TTXVN)

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວໃຫ້ຮູ້ວ່າ: ເມື່ອສັນຍາການຄ້າເສລີລະຫວ່າງ ສະຫະພາບເອີຣົບ - ຫວຽດນາມ (EVFTA) ໄດ້ຮັບການລົງນາມ ແລະ ມີຜົນສັກສິດ,ຈະສ້າງກາລະໂອກາດສະດວກຫຼາຍຢ່າງເພື່ອໃຫ້ບັນດາວິສາຫະກິດໂຮນລັງລົງທຶນດໍາເນີນທຸລະກິດຢູ່ຫວຽດນາມ. ດັ່ງນັ້ນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສະເໜີວ່າ ລັດຖະບານ, ສະພາແຫ່ງຊາດ ແລະ ບັນດາວິສາຫະກິດ ໂຮນລັງ ສະໜັບສະໜູນ ແລະ ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາສະບັບສໍາຄັນນີ້ໂດຍໄວ. ຫວຽດນາມມີຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດໂຮນລັງລົງທຶນເຂົ້າບັນດາຂົງເຂດທີ່ມີທ່າແຮງ.

        ສ່ວນ ນາຍົກລັດຖະມົນຕີລາຊະອານາຈັກ ໂຮນລັງ Mark Rutte ຖືວ່າ: ລັດຖະບານສອງປະເທດຄວນສືບຕໍ່ລົບລ້າງຮົ້ວກີດຂວາງໃຫ້ຍິ່ງຫຼາຍເທົ່າໃດກໍຍິ່ງດີ ເພື່ອໃຫ້ບັນດາວິສາຫະກິດສອງຝ່າຍຮ່ວມມືກັນລົງທຶນ. ພ້ອມທັງເນັ້ນໜັກວ່າ  70 ວິສາຫາະກິດຂອງ ໂຮນລັງທີ່ມາຫວຽດນາມຄັ້ງນີ້ ພ້ອມແລ້ວທີ່ະຮ່ວມມືກັບບັນດາວິສາຫະກິດຂອງຫວຽດນາມ. 

(ແຫຼ່ງຄັດຈາກ VOV)

ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ບັງ​ກະ​ລາ​ເທດ

ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ບັງ​ກະ​ລາ​ເທດ

ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະປະເທດ. ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ແລະ ຢັ້ງຢືນການຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ -ບັງກະລາເທດ.

Top