ຕອນບ່າຍວັນທີ 27 ສິງຫາ, ຢູ່ທີ່ສຳນັກງານລັດຖະບານ, ທ່ານ ເລມິນຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບເອກອັກຄະລັດຖະທູດ ແລະ ອຸປະທູດບັນດາປະເທດ ອາຊຽນ ປະຈໍາ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ບັນດາເອກອັກຄະລັດຖະທູດ, ອຸປະທູດ ແລະ ບັນດາສະຖານທູດໃນການພັດທະນາສາຍພົວພັນ ລະຫວ່າງ ຫວຽດນາມ ກັບ ບັນດາປະເທດ ອາຊຽນ; ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ໃຫ້ບຸລິມະສິດສາຍພົວພັນກັບບັນດາປະເທດເພື່ອນບ້ານ, ພາກພື້ນ ກໍຄືຖືເປັນສໍາຄັນ ຕໍ່ບົດບາດ ແລະ ທີ່ຕັ້ງຂອງ ອາຊຽນ ໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ຫວຽດນາມ ມີຄວາມຫວັງຢາກເຮັດໃຫ້ການຄ້າ ແລະ ການລົງທຶນພາຍໃນກຸ່ມເລິກເຊິ່ງກວ່າເກົ່າ; ຍູ້ແຮງເສດຖະກິດດິຈິຕອນ, ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ; ເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງຮ່າງ, ພະລັງງານ ແລະ ການພົບປະແລກປ່ຽນ ປະຊາຊົນ, ຮັບປະກັນສະມາຄົມ ອາຊຽນ ພັດທະນາຢ່າງກວມລວມ, ຍືນຍົງ ແລະ ຖືປະຊາຊົນ ເປັນໃຈກາງ.
ໂດຍຕາມໜ້າບັນດາເອກອັກຄະລາຊະທູດ ແລະ ອຸປະທູດບັນດາປະເທດ ອາຊຽນ ປະຈໍາ ຫວຽດນາມ, ທ່ານ Francisco Noel R. Fernandez III ເອກອັກຄະລັດຖະທູດ ຟິລິບປິນ ໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ ໃນການຊຸກຍູ້ສັນຕິພາບ, ຄວາມເປັນປົກກະຕິ ແລະ ຄວາມວັດທະນາຖາວອນໃນພາກພື້ນ, ຊົມເຊີຍຜົນສໍາເລັດຂອງ ເວທີອະນາຄົດ ອາຊຽນ 2026 ແລະ ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ຫວຽດນາມ. ບັນດາປະເທດ ອາຊຽນ ກໍມີຄວາມປາດຖະໜາຢາກເພີ່ມທະວີການຄ້າ, ການລົງທຶນ ແລະ ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການພັດທະນາເສດຖະກິດ-ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.






