• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2018 ຂອງກະຊວງແຜນການ ແລະ ການລົງທຶນ

      ກ່ຽວກັບໜ້າທີ່ປີ 2018, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງກະຊວງເຮັດແຈ້ງບົດບາດຂອງແຜນການ ແລະ ຕ້ານການເກື້ອກຸນ, ຂໍ - ໃຫ້; ວຽກງານແຜນການ ແລະ ຫັນເປັນສັງຄົມແຫຼ່ງກຳລັງ; ຕະຫຼາດ ແລະ ກຳນົດທິດໃນການຊີ້ນຳປະຕິບັດແຜນການ...

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ
      ຕອນບ່າຍວັນທີ 15 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2017 ແລະ ຜັນຂະຫຍາຍໜ້າທີ່ປີ 2018 ຂອງກະຊວງແຜນການ ແລະ ການລົງທຶນ. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບົດບາດຂອງກະຊວງແຜນການ ແລະ ການລົງທຶນ ເຊິ່ງໄດ້ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ເສດຖະກິດສັງຄົມໃນປີຜ່ານມາ. ໃນນັ້ນ, ກະຊວງໄດ້ພ້ອມກັບກະຊວງຕ່າງໆ ເຮັດວຽກງານເປັນເສນາທິການໃຫ້ລັດຖະບານກ່ຽວກັບກົນໄກນະໂຍບາຍ, ມາດຕະການແກ້ໄຂເປັນຢ່າງດີ, ໂດຍສະເພາະແມ່ນເສດຖະກິດມະຫາພາກ, ເປັນເສນາທິການໃຫ້ລັດຖະບານເອົາໃຈໃສ່ເປັນພິເສດເຖິງຄຸນນະພາບການເຕີບໂຕດ້ວຍຈຳນວນເຕີບໂຕ.
        ກ່ຽວກັບໜ້າທີ່ປີ 2018, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງກະຊວງເຮັດແຈ້ງບົດບາດຂອງແຜນການ ແລະ ຕ້ານການເກື້ອກຸນ, ຂໍ - ໃຫ້; ວຽກງານແຜນການ ແລະ ຫັນເປັນສັງຄົມແຫຼ່ງກຳລັງ; ຕະຫຼາດ ແລະ ກຳນົດທິດໃນການຊີ້ນຳປະຕິບັດແຜນການ, ໂດຍສະເພາະແມ່ນການແບ່ງແຫຼ່ງກຳລັງ. ເພື່ອນຳປະເທດພັດທະນາກາຍເປັນ “ໂຕເສືອເສດຖະກິດ“,ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງວ່າໃນຕໍ່ໜ້າກະຊວງ ແລະ ບັນດາແຂວງຄວນໝູນໃຊ້ກົດໝາຍວ່າດ້ວຍການວາງແຜນຜັງ, ກົດໝາຍວ່າດ້ວຍວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ປັບປຸງເພີ່ມເຕີມກົດໝາຍວ່າດ້ວຍວິສາຫະກິດ.
      “ກະຊວງຕ້ອງເປັນກົງຈັກທີ່ທັນສະໄໝ, ເປັນເສນາທິການຢ່າງສະຫຼາດສ່ອງໄສໃຫ້ແກ່ລັດຖະບານ ແລະ ນາຍົກລັດຖະມົນຕີ. ໃນນັ້ນມີບາງວຽກງານ, ກົນໄກບໍລິຫານມະຫາພາກໄດ້ເຊື່ອມຕໍ່ບັນດາຂົງເຂດ, ການລົງທຶນ, ການຄ້າ, ການເງິນ… ທີ່ສອງແມ່ນສືບຕໍ່ປັບປຸງລະບອບຕະຫຼາດກຳນົດທິດສັງຄົມນິຍົມ ເພື່ອປັບປຸງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ໃຫ້ສົມບູນແບບ. ດັ່ງນັ້ນ, ຕ້ອງສະເໜີເພື່ອປ່ຽນໃໝ່ຮູບແບບການເຕີບໂຕເປັນປະຈຳ. ທີສາມແມ່ນສ້າງບັນດາຮ່າງກົດຫມາຍໄດ້ຮັບມອບໝາຍຢ່າງຮີບດ່ວນ, ໂດຍແມ່ນອົງການເປັນເຈົ້າການໃນການຮຽບຮຽງ, ຄືກົດໝາຍວ່າດ້ວຍການລົງທຶນ, ດຳເນີນທຸລະກິດ, ທີ່ດິນ, ສິ່ງແວດລ້ອມ, ປະຕິບັດກົດໝາຍວ່າດ້ວຍການວາງແຜນຜັງ… ໜ້າທີ່ສຳຄັນຂອງກະຊວງແມ່ນກົດໝາຍ”.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top