• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວ ຫງວຽນຊວນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີ ກໍາປູເຈຍ ແລະ ປະທານບໍລິຫານ WEF

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງຄວາມມານະພະຍາຍາມຂອງບັນດາອົງການເຈົ້າໜ້າທີ່ສອງປະເທດ ໃນວຽກງານແກ້ໄຂເອກະສານດ້ານນິຕິກໍາໃຫ້ແກ່ຊາວກໍາປູເຈຍ ເຊື້ອຊາດຫວຽດນາມ ທີ່ດໍາລົງຊີວິດຢູ່ ກໍາປູເຈຍ. 

ວັນທີ 13 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກໍາປູເຈຍ Samdech Hun Sen. ທີ່ການຕ້ອນຮັບ, ນາຍົກລັດຖະມົນຕີ 2 ທ່ານ ໄດ້ເຫັນດີເປັນເອກະພາບ ຄວນສືບຕໍ່ເພີ່ມທະວີການຮ່ວມມື, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ-ການຄ້າ, ລົງນາມໃນສັນຍາການຄ້າເຂດຊາຍແດນລະຫວ່າງຫວຽດນາມ - ກໍາປູເຈຍ ໂດຍໄວ. ນາຍົກລັດຖະມົນຕີ 2 ທ່ານ ໄດ້ຊົມເຊີຍຄວາມມານະພະຍາຍາມຂອງທັງສອງຝ່າຍໃນການຜັນຂະຫຍາຍວຽກງານປັກຫຼັກໝາຍຊາຍແດນໃນໄລຍະຜ່ານມາ, ເຫັນດີ ຊີ້ນໍາຄະນະກໍາມະການປະສົມກ່ຽວກັບການປັກຫຼັກໝາຍຊາຍແດນສອງປະເທດ ເພີ່ມທະວີການພົບປະ, ແລກປ່ຽນ ເພື່ອແນໃສ່ແກ້ໄຂຂໍ້ຕິດຂັດ, ຍູ້ແຮງການຜັນຂະຫຍາຍ ເພື່ອສ້າງວຽກງານສໍາຄັນດັ່ງກ່າວ ປະສົບຜົນສໍາເລັດໂດຍໄວ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງຄວາມມານະພະຍາຍາມຂອງບັນດາອົງການເຈົ້າໜ້າທີ່ສອງປະເທດ ໃນວຽກງານແກ້ໄຂເອກະສານດ້ານນິຕິກໍາໃຫ້ແກ່ຊາວກໍາປູເຈຍ ເຊື້ອຊາດຫວຽດນາມ ທີ່ດໍາລົງຊີວິດຢູ່ ກໍາປູເຈຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ຝ່າຍກໍາປູເຈຍ ເອົາໃຈໃສ່, ນໍາໃຊ້ບັນດາຂໍ້ກໍານົດທີ່ກ່ຽວຂ້ອງ ຢ່າງມີໄຫວພິບ ແລະ ສອດຄ່ອງ ເພື່ອເປັນການໜູນຊ່ວຍອັນແທດຈິງໃຫ້ແກ່ ຊາວກໍາປູເຈຍ ເຊື້ອຊາດຫວຽດນາມ ມີຄວາມອຸ່ນອຽງໃຈດໍາລົງຊີວິດຢູ່ ກໍາປະເຈຍ ໃຫ້ເປັນປົກກະຕິ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ການວັດທະນາຖາວອນຂອງ ລາຊະອານາຈັກ ກໍາປູເຈຍ ແລະ ການພົວພັນລະຫວ່າງສອງປະເທດ.

ແລະກໍໃນວັນດຽວກັນ, ໃນການພົບປະແລກປ່ຽນກັບທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງ ແລະ ປະທານບໍລິຫານເວທີປາໄສ WEF,  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຂອບອົກຂອບໃຈເປັນພິເສດ ຕໍ່ທ່ານ ສາດສະດາຈານ Klaus Schwa, ຄະນະຈັດຕັ້ງຂອງ WEF ໄດ້ຮ່ວມມືໜູນຊ່ວຍຫວຽດນາມ ຈັດຕັ້ງກອງປະຊຸມ WEF ອາຊຽນ 2018 ໃຫ້ປະສົບຜົນສໍາເລັດ.  ສິ່ງດັ່ງກ່າວ ໄດ້ເປີດໜ້າປະຫວັດສາດໃໝ່ ໃນການຮ່ວມມືລະຫວ່າງ WEF ແລະຫວຽດນາມ. 

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top