• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມການເມືອງການທະຫານທົ່ວກອງທັບ

      ວັນທີ 08 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມການເມືອງການທະຫານທົ່ວກອງທັບ ໄລຍະ 6 ເດືອນຕົ້ນປີ 2019 ພາຍໃຕ້ການເປັນປະທານຂອງທ່ານພົນເອກ ໂງຊວັນລິກ, ຮອງເລຂາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)
      ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ຄວນຕີລາຄາຢ່າງຊັດເຈນ, ຄາດຄະເນສະພາບການໃຫ້ຖືກຕ້ອງ, ເປັນເຈົ້າການເປັນເສນາທິການໃຫ້ແກ່ພັກ, ລັດ ມີນະໂຍບາຍແກ້ໄຂບັນດາກໍລະນີ, ບໍ່ປະໃຫ້ຕົກເຂົ້າໃນທ່າຮັບ ແລະ ກະທັນຫັນ; ຍື່ນສະເໜີລັດຖະບານປະກາດແຜນການ, ໂຄງການດໍາເນີນງານຜັນຂະຫຍາຍປະຕິບັດມະຕິ, ບົດສະຫຼຸບຂອງກົມການເມືອງ ກ່ຽວກັບບັນດາຍຸດທະສາດປ້ອງກັນຊາດ, ການທະຫານ ແລະ ບັນດາແຜນຮ່າງ, ໂຄງການ. ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ສືບຕໍ່ຊີ້ນໍາທົ່ວກອງທັບປະຕິບັດບົດບາດແກ່່ນສານສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າສະໜາມປ້ອງກັນຊາດທົ່ວປວງຊົນ ຕິດພັນກັບທ່າສະໜາມປ້ອງກັນຄວາມສະຫງົບປະຊາຊົນ. ໄປຄຽງຄູ່ກັນນັ້ນ, ບັນດາກົມກອງ ຈົ່ງຮັກສາທ່າກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ເປັນເຈົ້າການສົມທົບກັບບັນດາກໍາລັງປ້ອງກັນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ບັນດາເຫດການການເມືອງ, ຮັກສາສະຖຽນລະພາບທາງດ້ານການເມືອງໃນບໍລິເວນທົ່ວປະເທດ ແລະ ບັນດາການເຄື່ອນໄຫວເສດຖະກິດທາງທະເລ; ຕັ້ງໜ້າ, ເປັນເຈົ້າການຕໍ່ສູ້, ສະກັດກັ້ນການລວງລໍ້າອະທິປະໄຕທະເລ, ໝູ່ເກາະ, ຊາຍແດນຂອງປະເທດຊາດ ດ້ວຍມາດຕະການໂດຍສັນຕິວິທີ, ສ້າງສະພາບແວດລ້ອມສັນຕິພາບ ເພື່ອພັດທະນາປະເທດຊາດ.
        ນອກຈາກນັ້ນ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ຊີ້ນໍາບັນດາກົມກອງ ສືບຕໍ່ປະຕິບັດວຽກງານເຊື່ອມໂຍງເຂົ້າກັບສາກົນ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ; ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດສອງຝ່່າຍໃຫ້ແທດຈິງ, ມີສະຖຽນລະພາບ ແລະ ປະສິດທິຜົນ; ເປັນເຈົ້າການກະກຽມທຸກດ້ານໃຫ້ເປັນຢ່າງດີ ເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວ ເມື່ອ ຫວຽດນາມ ຮັບບົດບາດເປັນປະທານ ອາຊຽນ ໃນປີ 2020, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງກອງທັບ ແລະ ປະເທດຊາດ ໃນເວທີສາກົນ...
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top