• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ: ອາຊຽນ + 3 ມີມູນເຊື້ອຮ່ວມມືກັນໃນການຮັບມືກັບສິ່ງທ້າທາຍຢ່າງມີປະສິດທິຜົນ

      ບັນດາປະເທດ ອາຊຽນ + 3 ມີມູນເຊື້ອອັນດີງາມຮ່ວມມືກັນໃນການຮັບມືກັບບັນດາສິ່ງທ້າຍດ້ານເສດຖະກິດ, ໄພພິບັດທໍາມະຊາດ, ໂລກພະຍາດ ໄດ້ຢ່າງມີປະສິດທິຜົນ

ອາຊຽນ  + 3 ມີມູນເຊື້ອຮ່ວມມືກັນໃນການຮັບມືກັບສິ່ງທ້າທາຍຢ່າງມີປະສິດທິຜົນ (ພາບ: VGP)
      ຕອນບ່າຍວັນທີ 14 ເມສາ, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມສຸດຍອດພິເສດ ອາຊຽນ + 3 ທາງອອນລາຍ ໂດຍມີການເຂົ້າຮ່ວມຂອງການນໍາ 10 ປະເທດສະມາຊິກ ອາຊຽນ ແລະ ການນໍາບັນດາປະເທດ ຍີ່ປຸ່ນ, ຈີນ, ສ.ເກົາຫຼີ. ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັ້ກເຖິງ ການເສີມຂະຫຍາຍເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ປະຊາຄົມ ອາຊຽນ ພວມຮ່ວມມືກັບບັນດາຄູ່ຮ່ວມມື ແລະ ປະຊາຄົມສາກົນຢ່າງແໜ້ນແຟ້ນ ເພື່ອສະກັດກັ້ນໂລກລະບາດ. ບັນດາຄວາມມານະພະຍາຍາມທັນເວລາ, ຂ້ຽວຂາດຂອງລັດຖະບານບັນດາປະເທດ ອາຊຽນ ກັບ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ເພື່ອແນໃສ່ຄວບຄຸມການລະເບີດ ແລະ ແຜ່ລະບາດຂອງໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ ໄດ້ບັນລຸໝາກຜົນທີ່ໜ້າຊື່ນຊົມໃນເບື້ອງຕົ້ນ. ບັນດາປະເທດ ອາຊຽນ + 3 ມີມູນເຊື້ອອັນດີງາມຮ່ວມມືກັນໃນການຮັບມືກັບບັນດາສິ່ງທ້າຍດ້ານເສດຖະກິດ, ໄພພິບັດທໍາມະຊາດ, ໂລກພະຍາດ ໄດ້ຢ່າງມີປະສິດທິຜົນ, ໃນນັ້ນ ມີໂລກພະຍາດ SARS ເມື່ອປີ 2003. ຕໍ່ໜ້າສະພາບການອັນຮ້າຍແຮງຂອງໂລກລະບາດໂຄວິດ - 19 ໃນປັດຈຸບັນ, ອາຊຽນ + 3 ຕ້ອງເສີມຂະຫຍາຍມູນເຊື້ອອັນດີງາມນັ້ນ, ສາມັກຄີ, ຮ່ວມແຮງຮ່ວມໃຈ, ຮ່ວມມືກັນ ເພື່ອຜ່ານຜ່າໄລຍະອັນດຸເດືອດ ແລະ ຫຍຸ້ງຍາກນີ້ໄດ້ຢ່າງໝັ້ນແກ່ນ.
        ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຢັ້ງຢືນຄໍາໝັ້ນສັນຍາ, ຄວາມຕັດສິນໃຈຢູ່ລະດັບສູງສຸດຂອງບັນດາປະເທດ ອາຊຽນ + 3 ນັ້ນແມ່ນ ເພີ່ມທະວີການສົມທົບກັນຢ່າງມີປະສິດທິຜົນ ເພື່ອຮັບມື ແລະ ຍູ້ໂລກລະບາດໃຫ້ຖອຍໄປ, ຟື້ນຟູເສດຖະກິດ ແລະ ສັງຄົມ ໃຫ້ກັບຄືນສູ່ເປັນປົກກະຕິ, ຮັບປະກັນຊີວິດການເປັນຢູ່ອັນສະຫງົບສຸກໃຫ້ແກ່ປະຊາຊົນ, ເຊິ່ງໃນນັ້ນ ບົດບາດຂອງບັນດາປະເທດ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ແມ່ນມີຄວາມສໍາຄັນຫຼາຍ./.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ, ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຄົນ​ພິ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ, ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຄົນ​ພິ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຕອນບ່າຍວັນທີ 30 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ນັກຮຽນຢູ່ສູນຊ່ວຍເຫຼືອພັດທະນາການສຶກສາໃຫ້ເຊື່ອມຕົວເຂົ້າກັບວົງຄະນະຍາດ ສັງກັດວິທະຍາໄລສ້າງຄູສູນກາງ ແລະ ໂຮງຮຽນສາມັນເອກະຊົນ Hermann Gmeiner ຮ່າໂນ້ຍ.

Top