• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

      ຕອນເຊົ້າວັນທີ 01 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ (ພາບ:VGP)
      ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ລັດຖະບານ, ກະຊວງ, ຂະແໜງການຂັ້ນຕ່າງໆຂອງສອງປະເທດ ພວມຕັ້ງໜ້າປະຕິບັດຂໍ້ຕົົກລົງສະບັບຕ່າງໆ ເຊິ່ງກົມການເມືອງສອງປະເທດໄດ້ວາງອອກ, ໃນນັ້ນ, ມີບັນດາຂົງເຂດ ແລະ ວຽກງານສໍາຄັນຫຼາຍຢ່າງບັນລຸໄດ້ຜົນງານຢ່າງຕັ້ງໜ້າ.  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ, ປັດຈຸບັນ, ສອງປະເທດພວມຊຸກຍູ້ການພົວພັນຮ່ວມມືໃນຫຼາຍຂົງເຂດ, ໂດຍສະເພາະແມ່ນບັນດາກິດຈະກໍາພື້ນຖານໂຄງລ່າງສໍາຄັນຄື ທ່າກໍ່າປັ່ນ ຫວຸງອ໊າງ, ເສັ້ນທາງຄວາມໄວສູງ ວຽງຈັນ - ຮ່າໂນ້ຍ... ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມທະວີການຮ່ວມມືກັບລາວ; ຊ່ວຍເຫຼືອປະຊາຊົນລາວອ້າຍນ້ອງໃນພາລະກິດພັດທະນາປະເທດຊາດ.
            ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຕີລາຄາສູງ ເລື່ອງສົ່ງເສີມຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ທາງຄົມມະນາຄົມລະຫວ່າງສອງປະເທດຄື ເສັ້ນທາງຄວາມໄວສູງ ວຽງຈັນ - ຮ່າໂນ້ຍ, ເສັ້ນທາງລົດໄຟ ຮ່າຕິງ - ຄໍາມ່ວນ ແມ່ນມີຄວາມໝາຍສໍາຄັນ ໃນການຊຸກຍຍູ້ການແລກປ່ຽນການຄ້າລະຫວ່່າງສອງປະເທດ ກໍຄື ໃນແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ. ນາຍົກລັດຖະມົນຕີສອງທ່ານ ໄດ້ເນັ້ນໜັກເປັນພິເສດເຖິງຄວາມຕັດສິນໃນການຊຸກຍູ້ ແລະ ນໍາວົງເງິນການຄ້າສອງຝ່າຍ ເພີ່ມຂຶ້ນຢ່າງແຮງ, ສ້າງບາດກ້າວບຸກທະລຸໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ໃນ 8 ວັນຢູ່ ອາເມລິກາ ແລະ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີບັນດາການເຄື່ອນໄຫວທີ່ພົ້ນເດັ່ນ, ຕໍ່ເນື່ອງ ດ້ວຍ ກ່ວາ 70 ການເຄື່ອນໄຫວ ຢູ່ 5 ນະຄອນ

Top