
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Willur Ross (ພາບ:VGP)
ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະ ຕີລາຄາສູງການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ແລະ ຄວາມມານະພະຍາຍາມຂອງທ່ານລັດຖະມົນຕີ Willur Ross ໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນການພົວພັນດ້ານການຄ້າ, ການລົງທຶນທີ່ແທດຈິງ ມຸ່ງໄປເຖິງການສະເຫຼີມສະຫຼອງການພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 25 ປີ ໃນປີ 2020.
ທ່ານລັດຖະມົນຕີການຄ້າ Willur Ross ໃຫ້ຮູ້ວ່າ ໃນຄະນະຜູ້ແທນມາຢ້ຽມຢາມຫວຽດນາມ ໃນຄັ້ງນີ້ ມີທັງກຸ່ມບໍລິສັດໃຫຍ່ຂອງ ອາເມລິກາ ຫຼາຍແຫ່ງ ແລະ ມີຄວາມສົນໃຈຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຂອງຫວຽດນາມ. ພ້ອມກັນນັ້ນ, ເຂົາເຈົ້າກໍ່ມີຄວາມພ້ອມດ້ານການເງິນ ແລະ ມີປະສົບການເພື່ອລົງທຶນບັນດາໂຄງການຢູ່ຫວຽດນາມ. ກະຊວງການຄ້າ ອາເມລິກາ ມີແຜນການຈັດຕັ້ງຄະນະວິສາຫະກິດມາຫວຽດນາມ ເພື່ອຊອກຫາກາລະໂອກາດຊຸກຍູ້ ການຮ່ວມມືດ້ານພະລັງງານໃນເດືອນມີນາ 2020. ທີ່ການຕ້ອນຮັບ, ຜູ້ຕາງໜ້າບາງກຸ່ມບໍລິສັດ ອາເມລິກາ ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນທາງການຄ້າ, ຍົກສູງວົງເງິນການຄ້າສອງຝ່າຍ; ເປີດສາຍການບິນໂດຍກົງ ລະຫວ່າງ ຫວຽດນາມ ແລະ ອາເມລິກາ. ພາຍຫຼັງການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ, ລັດຖະມົນຕີກະຊວງການຄ້າ ອາເມລິກາ Willur Ross ພ້ອມດ້ວຍບັນດາເຈົ້າໜ້າທີ່ສອງປະເທດໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາການຄ້າສໍາຄັນຫຼາຍສະບັບ.
(ແຫຼ່ງຄັດຈາກ VOV)