• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ເປັນປະທານການເຮັດວຽກກັບບັນດາທ້ອງຖິ່ນເຂດທ່ົງພຽງແມ່່ນໍ້າຂອງທາງພາກໃຕ້ຫວຽດນາມ

ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າອະນຸກໍາມະການເສດຖະກິດ-ສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ, ໄດ້ເປັນປະທານການເຮັດວຽກລະຫວ່າງ  ອະນຸກໍາມະການ ກັບບັນດາທ້ອງຖິ່ນເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແລະ ນະຄອນໂຮ່ຈີມິນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: chinhphu.vn)

ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ນະຄອນເກີນເທີ ຂອງຫວຽດນາມ ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າອະນຸກໍາມະການເສດຖະກິດ-ສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ, ໄດ້ເປັນປະທານການເຮັດວຽກລະຫວ່າງ  ອະນຸກໍາມະການ ກັບບັນດາທ້ອງຖິ່ນເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແລະ ນະຄອນໂຮ່ຈີມິນ. ກ່າວຄໍາເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່່າ:

        “ນີ້ແມ່ນການປຶກສາຫາລືໂດຍກົງລະຫວ່າງການນໍາບັນດາແຂວງເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ກັບ ຜູ້ນໍາບັນດາຂົງເຂດ, ຂະແໜງການ ກໍຄື ອະນຸກໍາມະການ. ເພາະສະນັ້ນ, ຂ້າພະເຈົ້າສະເໜີໃຫ້ບັນດາທ້ອງຖິ່ນ ຈົ່ງຍົກອອກບັນດາບັນຫາທີ່ພົ້ນເດັ່ນທີ່ສຸດ ກ່ຽວກັບໝາກຜົນທີ່ບັນລຸໄດ້, ຂໍ້ຄົງຄ້າງ, ຂໍ້ຈໍາກັດ, ໂດຍສະເພາະແມ່ນບັນດາບົດຮຽນປະສົບການທີ່ບັນລຸໄດ້ໃນໄລຍະ 5 ປີີ, 10 ປີ ຜ່ານມາ. ພິເສດ ແມ່ນວິທີໝູນໃຊ້ຮູບແບບໃໝ່ປະດິດຄິດສ້າງຢ່າງສໍາເລັດຜົນ ແລະ ມີປະສິດທິຜົນ ກໍຄືບັນດາຂໍ້ຕິດຂັດ, ຮົ້ວກີດຂວາງທີ່ຕ້ອງແກ້ໄຂ. ນອກຈາກນັ້ນ, ບໍ່ພຽງແຕ່ສະເໜີທິດທາງ, ໜ້າທີ່ ໃນໄລຍະ 2025 – 2030 ເທົ່ານັ້ນ ຫາກຍັງຕ້ອງສະເໜີວິໄສທັດຮອດປີ 2045 ອີກດ້ວຍ. ສ້າງສາຍສໍາພັນລະຫວ່່າງບັນດາທ້ອງຖິ່ນໃນເຂດ ກັບນະຄອນ ໂຮ່ຈີມິນ ແລະ ທັງປະເທດ ເພື່ອຮັບປະກັນການພັດທະນາເສດຖະກິດແບບຍືນຍົງ, ຮັບປະກັນຄວາມສະຫງົບ, ປອດໄພ”.

        ບົນພື້ນຖານຄໍາເຫັນປະກອບຈາກທ້ອງຖິ່ນຕ່າງໆ, ທ່ານນາຍົກລັດຖະມົນຕີ ຊີ້ນໍາການນໍາບັນດາກະຊວງ, ຂະແໜງການຮັບຟັງ, ຕອບ ແລະ ເຮັດແຈ້ງທິດການກໍານົດທິດພັດທະນາຂອງ 13 ແຂວງເຂດທົ່ງພຽງແມ່່ນໍ້າຂອງທາງພາກໃຕ້ຫວຽດນາມ ໃນໄລຍະ 5 ປີ, 10 ປີ ແລະ ວິໄສທັດຮອດປີ 2045./.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top