• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ: ຕົ້ນປີ 2020, ຫວຽດນາມຖະແຫຼງຍຸດທະສາດຫັນເປັນດີຈີຕອນແຫ່ງຊາດ

      ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງຂະແໜງຖະແຫຼງຂ່າວ ແລະ ສື່ສານໃນປີຜ່ານມາແມ່ນອອກໃບອະນຸຍາດທົດລອງລະບົບ 5G ໃຫ້ແກ່ບັນດາວິສາຫະກິດໂທລະຄົມມະນາຄົມ.

ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຈັດກອງປະຊຸມສະຫຼຸບວຽກງານປີ 2019 ແລະ ຜັນຂະຫຍາຍທິດທາງ
ໜ້າທີ່ວຽກງານປີ
2020. (ພາບ: VGP)
ຕອນເຊົ້າວັນທີ 28 ທັນວາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2019 ແລະ ຜັນຂະຫຍາຍທິດທາງໜ້າທີ່ວຽກງານປີ 2020. ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງຂະແໜງຖະແຫຼງຂ່າວ ແລະ ສື່ສານໃນປີຜ່ານມາແມ່ນອອກໃບອະນຸຍາດທົດລອງລະບົບ 5G ໃຫ້ແກ່ບັນດາວິສາຫະກິດໂທລະຄົມມະນາຄົມ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນພາກພື້ນອາຊຽນ ກ່ຽວກັບການຜັນຂະຫຍາຍລະບົບ 5G ເປັນການຄ້າ. ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ - ສື່ສານຫວຽດນາມ ຫງວຽນແມ້ງຮຸ່ງ, ໃຫ້ຮູ້ວ່າ.
          “ບັນດາເຫດການໃນປີ 2019 ຂອງຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ ໄດ້ສົ່ງສານຢ່າງແຮງ, ທັງແມ່ນການກຳນົດທິດໃຫ້ແກ່ໄລຍະໃໝ່, ທັງແມ່ນການລະດົມກຳລັງໃຈ ແລະ ແມ່ນຄັນທຸງເຕົ້າໂຮມກຳລັງ.  ການທົດລອງ 5G ໃນປີ 2019 ແລະ ຫັນເປັນການຄ້າໃນປີ 2020 ແມ່ນຄຳຖະແຫຼງທີ່ວ່າ ນັບແຕ່ນີ້ເປັນຕົ້ນໄປ ຫວຽດນາມ ຈະຮ່ວມເດີນທາງໄປພ້ອມກັບໂລກກ່ຽວກັບດ້ານເຕັກໂນໂລຊີ, ບໍ່ມີການຊັກຊ້າຄືກັບລະບົບ 3G – 4G ອີກແລ້ວ.”
          ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ໃນຕົ້ນປີ 2020, ຫວຽດນາມ ຖະແຫຼງຍຸດທະສາດຫັນເປັນດີຈີຕອນແຫ່ງຊາດ, ສະນັ້ນ, ກະຊວງຕ້ອງຊີ້ນຳບັນດາວິສາຫະກິດໃນຂະແໜງລົງທຶນໃສ່ພື້ນຖານໂຄງລ່າງໄປກ່ອນບາດກ້າວໜຶ່ງ ເພື່ອການຫັນປ່ຽນດີຈີຕອນ, ພິເສດແມ່ນສ້າງການບໍລິການໃຫ້ແກ່ບັນດາວິສາຫະກິດອື່ນ.
 (ແຫຼ່ງຄັດຈາກ VOV)

 

ມະຫາໄຊລະດູບານໃໝ່ 1975 ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຫວັດສາດຂອງຊາດ ຫວຽດນາມ

ມະຫາໄຊລະດູບານໃໝ່ 1975 ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຫວັດສາດຂອງຊາດ ຫວຽດນາມ

ທ່ານປະທານປະເທດ ຢືນຢັນວ່າ ມະຫາໄຊລະດູບານໃໝ່ 1975, ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຫວັດສາດນັບພັນປີແຫ່ງການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດ ຫວຽດນາມ.

Top