• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຊີ້ນຳບັນດາທ້ອງຖິ່ນເກີດໂລກລະບາດໂຄວິດ-19 ອາດຈະປະຕິບັດການແຍກຫ່າງສັງຄົມ

ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ຮ່າໂນ້ຍ, ຫາຍຟ່ອງ, ບັນດານະຄອນໃຫຍ່ພວມເກີດໂລກລະບາດ ໄດ້ຈັດວາງມາດຕະການຢ່າງແຮງເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດອອກສູ່ຊຸມຊົນຢ່າງມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ. (ພາບ: VGP)

ຕອນບ່າຍວັນທີ 08 ກຸມພາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມທາງອອນລາຍຂອງຄະນະປະຈຳລັດຖະບານ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ສະພາບການໂລກລະບາດມີການຜັນແປໄປຢ່າງຮ້າຍແຮງລົງ ຍ້ອນເກີດສະພາບຕິດແປດໃນຊຸມຊົນ. ສະນັ້ນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ຮ່າໂນ້ຍ, ຫາຍຟ່ອງ, ບັນດານະຄອນໃຫຍ່ພວມເກີດໂລກລະບາດ ໄດ້ຈັດວາງມາດຕະການຢ່າງແຮງເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດອອກສູ່ຊຸມຊົນຢ່າງມີປະສິດທິຜົນ, ລວມທັງການແຍກຫ່າງໃນສັງຄົມຕາມຄຳສັ່ງເລກທີ 15, 16 ຂອງນາຍົກລັດຖະມົນຕີ ສຳລັບບັນດາເຂດເກີດໂລກລະບາດມີການຜັນແປທີ່ຮ້າຍແຮງ. ກ່ຽວກັບບັນຫາວັກຊິນສະກັດກັ້ນໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຊີ້ນຳວ່າ.

        “ເຫັນດີກັບຂໍ້ສະເໜີຂອງກະຊວງສາທາລະນະສຸກ ຊື້ວັກຊິນສະກັດກັ້ນໂຄວິດ-19 ຂອງກຸ່ມບໍລິສັດ Astra Zanenca ໃນໄຕມາດທີ 1 ປີ 2021, ຮັບປະກັນໃຫ້ເໝາະສົມກັບບັນດາເງື່ອນໄຂຂອງຫວຽດນາມ. ພວກເຮົາຕ້ອງຍອມຮັບບັນດາເງື່ອນໄຂເຊິ່ງສະຫະປະຊາຊາດຍົກອອກມາ, ນີ້ແມ່ນເລື່ອງທຳມະດາ, ເປີດເຜີຍ, ກະຈາງແຈ້ງ, ໂດຍກົງເຖິງປະຊາຊົນ, ບໍ່ມີການຈຳແນກ”.

        ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ເຖິງວ່າສະພາບການແມ່ນຮ້າຍແຮງກໍ່ຕາມ, ແຕ່ທ່າທີເດັດດຽວ, ທັນການ, ແນ່ນອນວ່າພວກເຮົາຈະດັບສູນການແຜ່ລະບາດຂອງໂລກລະບາດຢ່າງສຳເລັດຜົນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top