• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເຂົ້າຮ່ວມພິທີຕອບສະໜອງໂຄງການປູກຕົ້ນໄມ້ 1 ຕື້ຕົ້ນ ແລະ ເຮັດວຽກກັບການນຳແຂວງເງະອານ

      ທີ່ພິທີປູກລະດົມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໄດ້ມອບຕົ້ນໄມ້ 10.000 ຕົ້ນໃຫ້ແກ່ປະຊາຊົນເມືອງ ໂດເລືອງ, ແຂວງເງະອານ. ການນຳແຂວງເງະອານໃຫ້ຮູ້ວ່າ, ນັບແຕ່ນີ້ຮອດປີ 2025 ຈະປູກຕົ້ນໄມ້ 50 ລ້ານຕົ້ນ, ເພື່ອປະກອບສ່ວນເຂົ້າໂຄງການປູກຕົ້ນໄມ້ 1 ຕື້ຕົ້ນ ໂດຍທ່ານນາຍົກລັດຖະມົນຕີປູກລະດົມ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເຂົ້າຮ່ວມພິທີຕອບສະໜອງໂຄງການປູກຕົ້ນໄມ້ 1 ຕື້ຕົ້ນ
ແລະ ເຮັດວຽກກັບການນຳແຂວງເງະອານ (ພາບ:
VGP)
      ຕອນເຊົ້າວັນທີ 14 ມີນາ, ຢູ່ເຂດປູຊະນີຍະສະຖານປະຫວັດສາດ ຊາວໜຸ່ມຕະລຸມບອນ ຈ່ວງບົນ, ຕາແສງ ໝີເຊີນ, ເມືອງ ໂດເລືອງ, ແຂວງເງະອານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີຕອບສະໜອງໂຄງການປູກຕົ້ນໄມ້ 1 ພັນຕົ້ນ ເພື່ອຫວຽດນາມແຫ່ງສີຂຽວ. ໂຄງການໂດຍກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມສົມທົບກັບຄະນະກຳມະການປະຊາຊົນແຂວງເງະອານຈັດຕັ້ງຂຶ້ນ.
            ທີ່ພິທີປູກລະດົມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໄດ້ມອບຕົ້ນໄມ້ 10.000 ຕົ້ນໃຫ້ແກ່ປະຊາຊົນເມືອງ ໂດເລືອງ, ແຂວງເງະອານ. ການນຳແຂວງເງະອານໃຫ້ຮູ້ວ່າ, ນັບແຕ່ນີ້ຮອດປີ 2025 ຈະປູກຕົ້ນໄມ້ 50 ລ້ານຕົ້ນ, ເພື່ອປະກອບສ່ວນເຂົ້າໂຄງການປູກຕົ້ນໄມ້ 1 ຕື້ຕົ້ນ ໂດຍທ່ານນາຍົກລັດຖະມົນຕີປູກລະດົມ.
            ແລະກໍ່ໃນຕອນເຊົ້າວັນທີ 14 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງແຂວງເງະອານ. ທີ່ການເຮັດວຽກ ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ແຂວງເງະອານ ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ, ຮຽກຮ້ອງໃຫ້ຄະນະພັກ, ອຳນາດການປົກຄອງແຂວງຍູ້ແຮງການເຊື່ອມຊືມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ນຳມະຕິເຂົ້າສູ່ຊີວິດຕົວຈິງ.
(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top