• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເດີນທາງໄປເຂົ້າຮ່ວມ WEF Davos 2019

      ຕອນຄ່ຳວັນທີ 22 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກໄດ້ນຳຫນ້າຄະນະຜູ້ແທນຂັ້ນສູງຫວຽດນາມເດີນທາງອອກຈາກ ນະຄອນຮ່າໂນ້ຍ, ໄປເຂົ້າຮ່ວມ ກອງປະຊຸມເວທີປາໄສເສດຖະກິດໂລກປະຈຳປີ (WEF) ຢູ່ Davos, ປະເທດ ສະວິດຕາມຄຳເຊີນຂອງທ່ານ Klaus Schwab ປະທານສ້າງຕັ້ງ ແລະ ບໍລິຫານ  WEF.

ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ຕ້ອນຮັບທ່ານ Klaus Schwab ປະທານສ້າງຕັ້ງ ແລະ ບໍລິຫານ  WEF ທີ່ WEF ASEAN 2018 ຢູ່ຫວຽດນາມ (ພາບ:vov.vn)
      ການເຂົ້າຮ່ວມກອງປະຊຸມ WEF ຄັ້ງນີ້ ຂອງ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຈະເປັນການໂຄສະນາຜົນງານຂອງການພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ, ສົ່ງສານກ່ຽວກັບແນວທາງ, ນະໂຍບາຍ, ມາດຕະການອັນໃຫຍ່ຫຼວງຂອງລັດຖະບານຫວຽດນາມໃນການພັດທະນາເສດຖະກິດ - ສັງຄົມປີ2019. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມແນະນຳຂະບວນວິວັດແຫ່ງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຢ່າງກ້ວາງເລິກ, ເປັນຕົ້ນ ແມ່ນການຜັນຂະຫຍາຍບັນດາສັນຍາການຄ້າເສລີໃຫມ່ ເຊິ່ງຫວຽດນາມ ໄດ້ລົງນາມ ແລະ ກຳລັງເຈລະຈາ, ໃນນັ້ນມີ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP) ແລະ ໃນເວລາຈະມາເຖິງແມ່ນສັນຍາການຄ້າເສລີ (EVFTA). ນອກຈາກນີ້ ການເຂົ້າຮ່ວມກອງປະຊຸມ WEF ຂອງ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຍັງ ຈະຊຸກຍູ້ການພົວພັນລະຫວ່າງຫວຽດນາມກັບບັນດາຄູ່ຮ່ວມມື, ກຸ່ມບໍລິສັດແຖວຫນ້າຂອງໂລກ, ເປັນການປະກອບສ່ວນໃນການປັບປຸງສະພາບແວດລ້ອມ ສາກົນທີ່ມີຄວາມສະດວກ ໃຫ້ແກ່ການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງ ຄົມປີ 2019 ຕື່ມອີກ
            ໃນຂອບເຂດກອງປະຊຸມ WEF Davos 2019, ຫວຽດນາມ ແລະ WEF ຄາດວ່າຈະລົງນາມຂໍ້ຕົກລົງຮ່ວມມືກໍ່ສ້າງສູນການປະຕິວັດອຸດສາຫະກຳ 4.0 ຢູ່ຫວຽດນາມ ແລະ ຈົດ   ໝາຍສະແດງເຈດຈຳນົງກ່ຽວກັບການຮ່ວມມືແກ້ໄຂບັນຫາຂີ້ເຫຍື້ອຢາງປະລາສຕິກເສດເຫຼືອ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top