ຂ່າວສານ
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມຄັ້ງທີ40ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ນຳຫນ້າຄະນະຜູ້ແທນຂັ້ນສູງຫວຽດນາມ
ໄດ້ເດີນທາງຮອດສະຫນາມບິນສາກົນ ວັດໄຕ
ຕາມແຜນການ, ໃນວັນດຽວກັນ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຮ່ວມພິທີເປີດສະຫລອງ ແລະ ມອບສົ່ງສູນບຳລຸງສ້າງພະນັກງານຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ລາວ; ນາຍົກລັດຖະມົນຕີ ທັງສອງທ່ານ ພ້ອມກັນເຂົ້າຮ່ວມພິທີເປີດສະຫລອງສຳນັກງານກຸ່ມບໍລິສັດໂທລະຄົມມະນາຄົມ Star Telecom. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ວົງຄະນາຍາດຊາວຫວຽດນາມອາໄສຢູ່ ລາວ, ຕ້ອນຮັບບຸນປີໃຫມ່ປະຈຳຊາດພ້ອມກັບຊາວຫວຽດນາມ ຊື່ງຈັດຂຶ້ນຢູ່ສະຖານທູດຫວຽດນາມປະຈຳ ລາວ.
(ແຫຼ່ງຄັດຈາກ VOV)