ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມຮູບແບບການຜະລິດຜັກປອດສານພິດຢູ່ແຂວງເລິມດົງ
(ພາບ: vov.vn)
ນີ້ແມ່່ນຮາກຖານຜະລິດໂດຍຄະນະກໍາມະການແຂວງເລິມດົງ ໄດ້ທົດລອງສ້າງຕັ້ງລະບົບເຄື່ອງຈັກຈັດປະ ຜະລິດຕະພັນກະເສດ (ໝາກເລັ່ນ) ນໍາມາເຊິ່ງສະມັດຕະພາບສູງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຮູບແບບການຜະລິດ ກະສິກໍາເຕັກໂນໂລຢີສູງ, ຜະລິດຕະພັນກະເສດປອດສານພິດ ແມ່ນທິດກ້າວເດີນສໍາຄັນຂອງ ຂະແໜງກະສິກໍາຫວຽດນາມ, ນໍາມາເຊິ່ງມູນຄ່າສູງ ແລະ ຍົກສູງລາຍຮັບໃຫ້ແກ່ຊາວ ກະສິກອນ. ພ້ອມກັບການເປີດກວ້າງຂອບຂະໜາດການຜະລິດ, ຊອກຫາຕະຫຼາດ, ສ້າງເຄື່ອງໝາຍການຄ້ານັ້ນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ການນໍາບໍລິສັດຟອງຖຸ໋ຍ ຈົ່ງເອົາໃຈໃສ່ ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ແກ່ກໍາມະກອນຊາວຜູ້ອອກແຮງງານ, ຍູ້ແຮງການ ຮ່ວມສໍາພັນກັບບັນດາຄອບຄົວຊາວກະສິກອນ, ນໍາບໍລິສັດພັດທະນາຢ່າງແຮງກວ່າອີກ ໃນໄລຍະຈະມາເຖິງ.
ຕອນເຊົ້າວັນທີ 30 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນ ປະທານກອງປະຊຸມຊຸກຍູ້ການລົງທຶນເຂົ້າຂະແໜງການກະສິກໍາ, ດ້ວຍການເຂົ້າຮ່ວມ ຂອງຜູ້ແທນປະມານ 600 ທ່ານ, ເຊິ່ງລວມມີການນໍາບັນດາກະຊວງ, ຂະແໜງການ, ບັນດາອົງການຈັດຕັ້ງສາກົນ... ແລະ ວິສາຫະກິດພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ ເປັນຈໍານວນຫຼວງຫຼາຍ.
(ແຫຼ່ງຄັດຈາກ VOV)