ຕອນບ່າຍວັນທີ 7 ກໍລະກົດ, ຢູ່ນອກກອງປະຊຸມສຸດຍອດ G20 ຢູ່ Hamburg ປະເທດ ເຢຍລະມັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະຢ່າງເປັນທາງການກັບ ທ່ານ Moon Jae in ປະທານາທິບໍດີ ສ.ເກົາຫລີ ແລະ ທ່ານ Malcolm Turnbull ນາຍົກລັດຖະມົນຕີ ອົດສະຕາລີ .

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບ
ທ່ານນາງAngela Merkel ນາຍົກລັດຖະມົນຕີ ເຢຍລະມັນ
ທີ່ການພົບປະກັບທ່ານ Moon Jae in ປະທານາທິບໍດີ ສ.ເກົາຫລີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ສເກົາຫລີ ເພີ່ມທະວີການນຳເຂົ້າບັນດາຜະລິດຕະພັນຂອງຫວຽດນາມ ທີ່ມີທ່າແຮງຄື: ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ, ສິນທະເລ, ສົມທົບຢ່າງແຫນ້ນແຟ້ນກັບຫວຽດນາມ ຜັນຂະຫຍາຍປະສິດທິຜົນສັນຍາການຄ້າເສລີ ຫວຽດນາມ - ສເກົາຫລີ. ທີ່ການພົບປະລະຫວ່າງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ Malcolm Turnbull ນາຍົກລັດຖະມົນຕີ ອົດສະຕາລີ, ທ່ານ ນາຍົກລັດຖະມົນຕີ ອົດສະຕາລີ ຢືນຢັນ: ອົດສະຕາລີ ປາດຖະຫນາຢາກຍົກການພົວພັນກັບຫວຽດນາມຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ. ເມື່ອເວົ້າເຖິງບັນຫາທະເລຕາເວັນອອກ, ບັນດາການນຳ ອົດສະຕາລີ ແລະ ສເກົາຫລີ ລ້ວນແຕ່ແບ່ງບັນທັດສະນະກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ ທະເລຕາເວັນອອກ, ແກ້ໄຂບັນດາຄວາມຂັດແຍ້ງໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ພົບປະ ແລະ ແລກປ່ຽນຄຳເຫັນກັບປະທານາທິບໍດີ ຕວກກີ, ປະທານາທິບໍດີ ເຊເນການ, ນາຍົກລັດຖະມົນຕີ ສິງກະໂປ, ນາຍົກລັດຖະມົນຕີ ການາດາ.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ພົບປະ ແລະ ແລກປ່ຽນຄຳເຫັນກັບປະທານາທິບໍດີ ຕວກກີ, ປະທານາທິບໍດີ ເຊເນການ, ນາຍົກລັດຖະມົນຕີ ສິງກະໂປ, ນາຍົກລັດຖະມົນຕີ ການາດາ.
(ແຫຼ່ງຄັດຈາກ VOV)