• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີສິ້ນສຸດການຢ້ຽມຢາມລັດເຊຍ, ລາຊະອານາຈັກ ນອກແວ, ຊູແອດຢ່າງຈົບງາມ

      ຕອນເຊົ້າວັນທີ 29 ພຶດສະພາ, ຕາມເວລາ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສະຫະພັນ ລັດເຊຍ, ລາຊະອານາຈັກ ນອກແວ ແລະ ລາຊະອານາຈັກ ຊູແອດຢ່າງຈົບງາມ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຢ້ຽມຂ່ຳນັບເຈົ້າຊີວິດ ຊູແອດ Carl XVI Gustav (ພາບ:ທົ້ງເຍິດ/TTXVN)
      ບັນດາການຢ້ຽມຢາມໄດ້ປະຕິບັດຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລັດເຊຍ Dmitri Medvedev, ທ່ານນາງນາຍົກລັດຖະມົນຕີ ນອກແວ Erna Solberg, ທ່ານນາຍົກລັດຖະມົນຕີ ຊູແອດ Stegan Lofven.
            ບັນດາການຢ້ຽມຢາມນີ້ລ້ວນແຕ່ດຳເນີນໃນສະພາບທີ່ຫວຽດນາມ ແລະ ແຕ່ລະປະເທດພວມສະເຫຼີມສະຫຼອງ ຫຼື ກ້າວໄປເຖິງເຫດການສະເຫຼີມສະຫຼອງບັນດາເຫດການປະຫວັດສາດໃນການພົວພັນລະຫວ່າງ ສອງປະເທດ. ສຳລັບ ສະຫະພັນ ລັດເຊຍ, ນັ້ນແມ່ນການສະເຫຼີມສະຫຼອງ 25 ປີ ແຫ່ງວັນລົງນາມໃນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບ ແລະ ມຸ່ງໄປເຖິງ 70 ປີ ແຫ່ງວັນ ສ້າງຕັ້ງ ການພົວພັນທາງການທູດໃນປີ 2020; ສຳລັບນອກແວ, ມີເຫດການທີ່ສອງປະເທດກ້າວໄປເຖິງການສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1971 - 2021), ສຳລັບຊູແອດ, ນີ້ແມ່ນໂອກາດສອງປະເທດພວມສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ.
            ບັນດາການຢ້ຽມຢາມໄດ້ດຳເນີນຢ່າງປະສົບຜົນສຳເລັດອັນຈົບງາມ, ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນທາງການເມືອງ, ປຶກສາຫາລືບັນດາມາດຕະການຮ່ວມມືທາງການຄ້າ, ການລົງທຶນ, ການສຶກສາ ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ພັດທະນາເສດຖະກິດທະເລ, ຮ່ວມມືຂຸດຄົ້ນນ້ຳມັນອາຍແກັດ ແລະ ພັດທະນາພະລັງງານສະອາດ, ຮ່ວມມືໃນການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຄົ້ນຄ້ວາພັດທະນາ… ພ້ອມກັນນັ້ນແມ່ນຊຸກຍູ້ການຮ່ວມມືໃນຂົງເຂດວັດທະນະທຳ, ການທ່ອງທ່ຽວ…
            ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 28 ພຶດສະພາ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປເຖິງສະໜາມບິນ Arlanda, ນະຄອນຫຼວງ Stockholm, ເພື່ອເດີນທາງກັບມາປະເທດ, ສິ້ນສຸດການຢ້ຽມຢາມລາຊະອານາຈັກຊູແອດຢ່າງເປັນທາງການຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຊູແອດ Stefan Lofven.
        ໃນຂອບເຂດການຢ້ຽມຢາມຊູແອດຢ່າງເປັນທາງການ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ພົບປະເຈລະຈາ ກັບທ່ານນາຍົກລັດຖະມົນຕີ ຊູແອດ Stefan Lofven, ເຂົ້າຢ້ຽມຂ່ຳນັບເຈົ້າຊີວິດ ຊູແອດ Carl XVI Gustav  ແລະ ພົບປະກັບທ່ານ ປະທານສະພາແຫ່ງຊາດ ຊູແອດ Andreas Norlen. 
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top