• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຟ້າມມີງຈີງ: ຮ່ວມແຮງຮ່ວມໃຈສ້າງສາອາຊີແຫ່ງສັນຕິພາບ, ຮ່ວມມື, ພັດທະນາກວ່າອີກພາຍຫລັງໂລກລະບາດໂຄວິດ - 19

ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດເພີ່ມພູນຄູນສ້າງເພື່ອສັນຕິພາບ ແລະ ຄວາມສາມັກຄີ ເພື່ອຜົນປະໂຫຍດລວມ ການພັດທະນາຂອງແຕ່ລະປະເທດ ແລະພາກພື້ນ ເພື່ອຄວາມອີ່ມຫນຳສຳລານສົມບູນພູນສຸກຂອງປະຊາຊົນທຸກຄົນໃນໂລກ.
ກອງປະຊຸມສາກົນກ່ຽວກັບ ອະນາຄົດຂອງ ອາຊີ ຄັ້ງທີ 26 (ພາບ:VGP)

ຕອນເຊົ້າວັນທີ 20 ພຶດສະພາ ຢູ່ ຮ່າໂນ້ຍ, ກ່າວຄຳເຫັນທີ່ ກອງປະຊຸມສາກົນກ່ຽວກັບ ອະນາຄົດຂອງ ອາຊີ ຄັ້ງທີ 26 ຈັດຂຶ້ນຕາມຮູບການອອນລາຍ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈີງ ຕີລາຄາວ່າ: ໂລກລະບາດໂຄວິດ - 19 ໄດ້ ແລະ ພວມກໍ່ຜົນກະທົບຢ່າງຫນັກຫນ່ວງເຖິງໂລກ ແລະ ພາກພື້ນ ກໍ່ຄືຊີວິດດ້ານເສດຖະກິດສັງຄົມຂອງທຸກປະເທດ ແລະ ຍາກທີ່ຄາດຄະເນລ່ວງຫນ້າໄດ້. ຍິ່ງກວ່າເວລາໃດໝົດ, ຮຽກຮ້ອງໃຫ້ທຸກປະເທດຈົ່ງສາມັກຄີກັນ ເປັນເອກະພາບ ຫນູນຊ່ວຍເຊິ່ງກັນ ແລະກັນເພື່ອຜ່ານຜ່າໂລກລະບາດ. ທ່ານ ຟ້າມມີງຈີງ ສະເຫນີ 5 ທິດນຳ ແລະ 6 ເນື້ອໃນຮ່ວມມື ໃນນັ້ນ ມີ: ພັດທະນາກຳລັງແຮງພາຍໃນຢ່າງແຮງ, ຄວາມສາມາດຮັບມື, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປັບປຸງການຮ່ວມມືສາກົນ, ຖືມະນຸດເປັນໃຈກາງ, ເອົາຄຸນຄ່າວັດທະນະທຳຫລັກແຫລ່ງຈົບງາມເປັນພື້ນຖານ, ຖືຄວາມຫຍຸ້ງຍາກສິ່ງທ້າທາຍແມ່ນກຳລັງຫນູນບືນຕົວຂຶ້ນ. ທ່ານນາຍົກລັດຖະມົນຕີ ຢືນຢັນ:  ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດເພີ່ມພູນຄູນສ້າງເພື່ອສັນຕິພາບ ແລະ ຄວາມສາມັກຄີ ເພື່ອຜົນປະໂຫຍດລວມ ການພັດທະນາຂອງແຕ່ລະປະເທດ ແລະພາກພື້ນ ເພື່ອຄວາມອີ່ມຫນຳສຳລານສົມບູນພູນສຸກຂອງປະຊາຊົນທຸກຄົນໃນໂລກ.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈີງ ກ່າວວ່າ:

ທັດສະນະຂອງພວກຂ້າພະເຈົ້າກ່ຽວກັບການພັດທະນາ ນັ້ນແມ່ນ ຕ້ອງພັດທະນາຢ່າງວ່ອງໄວບົນພື້ນຖານວິທະຍາສາດເຕັກໂນໂລຊີປ່ຽນໃຫມ່ປະດິດຄິດສ້າງ, ຫັນເປັນດີຈີຕອນ ຮັບປະກັນຄວາມກົມກຽວລະຫວ່າງເສດຖະກິດ ກັບວັດທະນະທຳ, ປົກປັກຮັກສາສິ່ງແວດລ້ອມແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສ້າງລະບອບລະບຽບການພັດທະນາຢ່າງຄົບຖ້ວນ ທັນສະໄຫມສົມບູນແບບ ແມ່ນເງື່ອນໄຂສ້າງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດທຸກພາກສ່ວນເສດຖະກິດ. ຊຸກຍູ້ຄວາມຄາດຫວັງການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ສັນຕິສຸກ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ”. ສິ່ງ​ດັ່ງ​ກ່າວ ໂດຍ​ທ່ານ ດັ້ງ​ຮ​ວ່າງ​ຢາງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ ເນື່ອງ​ໃນ​ໂອ​ກາດ​ ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ລັດ​ຖະ​ສະ​ພາ​ສາ​ກົນ ຄັ້ງ​ທີ 152 (IPU), ຢູ່ Istanbul (ຕວັກ​ກີ)

Top