• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີພົບປະ, ຂອບໃຈບັນດາຄູ່ຮ່ວມມືສາກົນທີ່ໄດ້ໜູນຊ່ວຍ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ທີ່ພິທີ, ບັນດາຄູ່ຮ່ວມມືສາກົນລ້ວນແຕ່ຕີລາຄາສູງຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງ ຫວຽດນາມ, ໂດຍສະເພາະແມ່ນການປະຕິບັດຍຸດທະສາດສັກວັກຊິນ ບັນລຸຜົນສຳເລັດ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)  

 ຕອນບ່າຍວັນທີ 14 ມີນາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ເຂົ້າຮ່ວມພິທີພົບປະ, ຂອບໃຈບັນດາຄູ່ຮ່ວມມືສາກົນທີ່ໄດ້ໜູນຊ່ວຍ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໂດຍກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບອົງການສະຫະຊາຊາດ ປະຈຳ ຫວຽດນາມ ຈັດຂຶ້ນ.

ທີ່ພິທີ, ບັນດາຄູ່ຮ່ວມມືສາກົນລ້ວນແຕ່ຕີລາຄາສູງຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງ ຫວຽດນາມ, ໂດຍສະເພາະແມ່ນການປະຕິບັດຍຸດທະສາດສັກວັກຊິນ ບັນລຸຜົນສຳເລັດ. ມາຮອດປະຈຸບັນ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນຈຳນວນຫຼາຍປະເທດທີ່ອັດຕາຜູ້ສັກວັກຊິນຫຼາຍທີ່ສຸດໃນໂລກ.

ໂດຍຕາງໜ້າໃຫ້ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ຜ່ານບັນດາເອກອັກຄະລັດຖະທູດ, ອຸປະທູດຫຼາຍປະເທດ, ອົງການຈັດຕັ້ງສາກົນ ເຂົ້າຮ່ວມພິທີ ແລະ ຜູ້ແທນເຂົ້າຮ່ວມການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ  ໄດ້ສົ່ງຄຳຂອບໃຈຢ່າງຈິງໃຈທີ່ສຸດກ່ຽວກັບການຮ່ວມເດີນທາງ, ບັນດາການປະກອບສ່ວນ, ການໜູນຊ່ວຍ, ການກະທຳທີ່ແທດຈິງ, ທັນການສຳລັບ ຫວຽດນາມ ໃນພາລະກິດປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນຕະຫຼອດ 2 ປີຜ່ານມາ. ປີ 2022, ຫວຽດນາມ ສູ້ຊົນແມ່ນປີໄຊຊະນະຕໍ່ໂລກລະບາດ, ຫັນເປັນປົກກະຕິເທື່ອລະກ້າວ, ຊຸກຍູ້ການຟື້ນຟູຢ່າງໄວ, ການພັດທະນາເສດຖະກິດ - ສັງຄົມແບບຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ.


(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top