• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຊີ້ນຳຮີບເຮັງແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມຢູ່ທາງພາກກາງ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງການເງິນ ປະຕິບັດສຳເລັດເລື່ອງສະໜອງຈຳນວນເງິນ 150 ຕື້ດົ່ງ (ກວ່າ 5.700.000 USD) ໃຫ້ ເຫ້ວ, ກວາງງ້າຍ ແລະ ກວາງຈິ້ 100 ຕື້ດົ່ງ (3.800.000 USD) ໃນທັນທີ.
(ທີ່ກອງປະຊຸມ)

ຕອນເຊົ້າວັນທີ 29 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມດ່ວນກັບບັນດາກະຊວງ, ຂະແໜງການ ປຶກສາຫາລືມາດຕະການແກ້ໄຂເພື່ອຟື້ນຟູຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມຄັ້ງປະຫວັດສາດຢູ່ບັນດາແຂວງທາງພາກກາງ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບບັນດາແຂວງ ກວາງຈິ້ ແລະ ກວາງ້າຍ, ນະຄອນ ເຫ້ວ ແລະ ດ່ານັ້ງ.

        ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງການເງິນ ປະຕິບັດສຳເລັດເລື່ອງສະໜອງຈຳນວນເງິນ 150 ຕື້ດົ່ງ (ກວ່າ 5.700.000 USD) ໃຫ້ ເຫ້ວ, ກວາງງ້າຍ ແລະ ກວາງຈິ້ 100 ຕື້ດົ່ງ (3.800.000 USD) ໃນທັນທີ ເພື່ອແກ້ໄຂຜົນຮ້າຍຍ້ອນຝົນຕົກ, ນ້ຳຖ້ວມ ແລະ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຮີບເຮັງສະຖິຕິ, ລວບລວມ ແລະ ອັບເດັດກ່ຽວກັບສະພາບການເສຍຫາຍໃນເບື້ອງຕົ້ນ, ລາຍງານໃຫ້ສິດອຳນາດໃນທັນທີ.

        “ຮຽດຮ້ອງໃຫ້ຄະນະພັກ, ອຳນາດການປົກຄອງດຳເນີນການໄປຢື້ຶຢາມຖາມຂ່າວ, ລະດົມກຳລັງໃຈ, ໜູນຊ່ວຍປະຊາຊົນ, ໂດຍສະເພາະແມ່ນຄອບຄົວມີຜູ້ເສຍຊີວິດ, ຫາຍສາບສູນ…; ປະຕິບັດບັນດານະໂຍບາຍໜູນຊ່ວຍເປັນຢ່າງດີທີ່ສຸດໃຫ້ແກ່ປະຊາຊົນໃນທັນທີ; ສືບຕໍ່ຈັດການຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍ, ເຂດມີຄວາມສ່ຽງເກີດດິນເຊາະເຈືອນ, ນ້ຳໄຫຼຊຸ; ເດັດດຽວປະຕິບັດ; ຮັບປະກັນດ້ານສະບຽງອາຫານ, ທັນຍາຫານ, ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ປະຊາຊົນ”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ອັງກິດ ພ້ອມກັນກຳນົດຮູບແບບບັນດາມາດຕະຖານການຮ່ວມມືໃນສະຕະວັດທີ 21

ຫວຽດນາມ - ອັງກິດ ພ້ອມກັນກຳນົດຮູບແບບບັນດາມາດຕະຖານການຮ່ວມມືໃນສະຕະວັດທີ 21

ຫວຽດນາມ ຖື ອັງກິດ ແມ່ນຄູ່ຮ່ວມມືຍຸດທະສາດຍາວນານ ເພື່ອພ້ອມກັນກຳນົດຮູບແບບບັນດາມາດຕະຖານການຮ່ວມມືໃນສະຕະວັດທີ 21.

Top