• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງ ຮອງປະທານປະເທດ ຫວຽດນາມ ຫວໍທິແອງຊວນ ເຂົ້າຮ່ວມເວທີປາໄສ ແມ່ຍິງ ອາຊີ - ເອີລົບ ຄັ້ງທີ IV

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານ ສະພາສູງ ສະຫະພັນ ລັດເຊຍ Valentina Matvienko, ວັນທີ 18 ກັນຍາ, ທ່ານນາງ ຮອງປະທານປະເທດ ຫວຽດນາມ ຫວໍທິແອງຊວນ ໄດ້ເຂົ້າຮ່ວມເວທີປາໄສ ແມ່ຍິງ ອາຊີ - ເອີລົບ ຄັ້ງທີ IV.
ທ່ານນາງຮອງປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ

ທ່ານນາງຮອງປະທານປະເທດ ຫວຽດນາມ ໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຢ່າງຕັ້ງຫນ້າຂອງເວທີປາໄສ ແມ່ຍິງ ອາຊີ -ເອີລົບ ແລະ ຖືນີ້ ແມ່ນບ່ອນແລກປ່ຽນ, ແບ່ງປັນ ກ່ຽວກັບບັນດາກົນໄກ, ສິ່ງທ້າທາຍ ແລະມາດຕະການເພື່ອແນໃສ່ຍົກສູງບົດບາດຂອງແມ່ຍິງ ໃນທຸກຂົງເຂດຂອງຊີວິດສັງຄົມ. ທ່ານນາງຮອງປະທານປະເທດ ຢັ້ງຢືນວ່າ: ໄລຍະຜ່ານມາ ຫວຽດນາມ ບັນລຸໄດ້ຫລາຍຜົນງານກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ຖານະບົດບາດຂອງ ຫວຽດນາມ ໃນເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ໃນນັ້ນ ມີຜົນງານກ່ຽວກັບການຮັບປະກັນ ແລະ ປະຕິບັດຄວາມສະເຫມີພາບ ລະຫວ່າງ ຍິງ - ຊາຍແລະ ມອບສິດໃຫ້ແກ່ແມ່ຍິງ; ບົດບາດ ແລະ ຖານະຕຳແຫນ່ງຂອງແມ່ຍິງ ຫວຽດນາມ ໄດ້ຮັບການຍົກສູງຢ່າງເຫັນໄດ້ຊັດຢູ່ທຸກຂົງເຂດຂອງຊີວິດສັງຄົມ ເປັນຕົ້ນແມ່ນຂົງເຂດການເມືອງ, ເສດຖະກິດ. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ສືບຕໍ່ສະຫນັບສະຫນູນການພັດທະນາຂອງແມ່ຍິງ, ສ້າງກາລະໂອກາດໃຫ້ແກ່ແມ່ຍິງ ໄດ້ເຂົ້າເຖິງທ່າອ່ຽງຕັ້ງຫນ້າຂອງຍຸກສະໄຫມ ແລະປະກອບສ່ວນນັບມື້ນັບຫລາຍກວ່າໃຫ້ແກ່ບັນດາເປົ້າໝາຍອັນສູງສົ່ງ ຊື່ງ ສປຊ ໄດ້ວາງອອກ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

Top