• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ພົບປະເຈລະຈາກັບທ່ານປະທານາທິບໍດີ ອິນເດຍ Ram Nath Kovind

ຕອນບ່າຍວັນທີ 13 ກຸມພາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີ ອິນເດຍ Ram Nath Kovind.

ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ພົບປະເຈລະຈາກັບທ່ານປະທານາທິບໍດີ ອິນເດຍ Ram Nath Kovind (ພາບ: TTXVN)

ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບຮັກສາການພົບປະແລກປ່ຽນ ແລະ ການພົບປະຂັ້ນສູງປະຈຳປີ, ກໍ່ຄືບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ ລະຫວ່າງສອງປະເທດ; ສືບຕໍ່ປະຕິບັດບັນດາຂໍ້ຕົກລົງ ແລະ ໜັງສືສັນຍາທີ່ໄດ້ລົງນາມເປັນຢ່າງດີ; ສົ່ງເສີມວິສາຫະກິດສອງປະເທດ ເພີ່ມທະວີການຮ່ວມມື, ທຳມາຫາກິນ, ເປີດກ້ວາງການລົງທຶນໃນບັນດາຂົງເຂດໃໝ່ເຊິ່ງ ອິນເດຍ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.

ສອງຝ່າຍກໍ່ເຫັນດີເປັນເອກະພາບມອບໝາຍໃຫ້ບັນດາກະຊວງ, ຂະແໜງການສອງປະເທດສືບຕໍ່ແລກປ່ຽນ, ແກ້ໄຂບັນດາຂໍ້ຄົງຄ້າງໃນດ້ານການຄ້າ ແລະ ການລົງທຶນແນໃສ່ບັນລຸເປົ້າໝາຍການຄ້າສອງສົ້ນທີ່ໄດ້ວາງອອກ 15 ຕື້ USD ໃນປີນີ້ໂດຍໄວ. ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ບັນລຸໄດ້ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)ໂດຍໄວ, ມີພາວະວິໄສ, ຮອບດ້ານ, ຮັບປະກັນຜົນປະໂຫຍດຂອງ ຝ່າຍທີ່ກ່ຽວຂ້ອງທັງໝົດ.

ໃນວັນດຽວກັນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ກໍ່ໄດ້ໄປຢ້ຽມຢາມ ພະນັກງານພາລະກອນສະຖານທູດ ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມອາໄສຢູ່ອິນເດຍ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ດຽນ​ບຽນ ແລະ ສ.ຝລັ່ງ

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ດຽນ​ບຽນ ແລະ ສ.ຝລັ່ງ

ໃນການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບໝາກຜົນຂອງບາງໂຄງການຮ່ວມມືທີ່ພວມໄດ້ຮັບການຜັນຂະຫຍາຍໃນບໍລິເວນແຂວງດຽນບຽນ ດ້ວຍການໜູນຊ່ວຍຂອງບັນດາອົງການລັດຖະບານຝລັ່ງໃນບັນດາຂົງເຂດຄືວັດທະນະທຳ, ການທ່ອງທ່ຽວ ແລະ ກະສິກຳ.

Top