
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບຜູ້ອຳນວຍການໃຫຍ່ UNESCO
ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກີມເງິນ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານນາງ Irina Bokova ດ້ວຍບົດບາດເປັນຜູ້ນຳໜ້າ UNESCO,ໄດ້ນຳພາອົງການນີ້ ຜ່ານຜ່າຄວາມຫຍຸ້ງຍາກຫລາຍຢ່າງ ດຳເນີນບັນດາມາດຕະການປ່ຽນແປງໃໝ່, ປະກອບສ່ວນຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວ ແລະ ເສີມຂະຫຍາຍຜົນສະທ້ອນຂອງອົງການໃນຂອບຂະໜາດທົ່ວໂລກ.
ສ່ວນທ່ານນາງ Irina Bokova ຕີລາຄາສູງບັນດາການແບ່ງປັນຂອງທ່ານນາງປະທານສະພາແຫ່ງຊາດ ກ່ຽວກັບບັນດາໝາກຜົນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດ - ສັງຄົມ, ບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ ຢູ່ ຫວຽດນາມ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ. ສະພາແຫ່ງຊາດ ຫວຽດນາມ ເສີມຂະຫຍາຍບົດບາດນິຕິບັນຍັດ ແລະ ຕິດຕາມກວດກາ, ພິຈາລະນາປັບປຸງບາງເອກະສານນິຕິກຳໃຫ້ເໝາະສົມ ແນໃສ່ຮັບປະກັນຄວາມສະເໝີພາບລະຫວ່າງຍິງ - ຊາຍ ເພຶ່ອບັນດາຄາດໝາຍພັດທະນາແບບຍືນຍົງ.
(ແຫຼ່ງຄັດຈາກ VOV)