ຕອນເຊົ້າວັນທີ 25 ສິງຫາ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໃຫ້ການຕ້ອນຮັບທ່ານນາງ Irina Bokova ຜູ້ອຳນວຍການໃຫຍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO).
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບຜູ້ອຳນວຍການໃຫຍ່ UNESCO
ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກີມເງິນ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານນາງ Irina Bokova ດ້ວຍບົດບາດເປັນຜູ້ນຳໜ້າ UNESCO,ໄດ້ນຳພາອົງການນີ້ ຜ່ານຜ່າຄວາມຫຍຸ້ງຍາກຫລາຍຢ່າງ ດຳເນີນບັນດາມາດຕະການປ່ຽນແປງໃໝ່, ປະກອບສ່ວນຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວ ແລະ ເສີມຂະຫຍາຍຜົນສະທ້ອນຂອງອົງການໃນຂອບຂະໜາດທົ່ວໂລກ.
ສ່ວນທ່ານນາງ Irina Bokova ຕີລາຄາສູງບັນດາການແບ່ງປັນຂອງທ່ານນາງປະທານສະພາແຫ່ງຊາດ ກ່ຽວກັບບັນດາໝາກຜົນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດ - ສັງຄົມ, ບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ ຢູ່ ຫວຽດນາມ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ. ສະພາແຫ່ງຊາດ ຫວຽດນາມ ເສີມຂະຫຍາຍບົດບາດນິຕິບັນຍັດ ແລະ ຕິດຕາມກວດກາ, ພິຈາລະນາປັບປຸງບາງເອກະສານນິຕິກຳໃຫ້ເໝາະສົມ ແນໃສ່ຮັບປະກັນຄວາມສະເໝີພາບລະຫວ່າງຍິງ - ຊາຍ ເພຶ່ອບັນດາຄາດໝາຍພັດທະນາແບບຍືນຍົງ.
(ແຫຼ່ງຄັດຈາກ VOV)