• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ການຕ້ອນຮັບທ່ານ ເລຂາຄະນະພັກນະຄອນ ຊູເຈົາ, ປະເທດຈີນ

      ໃນຂອບເຂດການຢ້ຽມຢາມ ສາທາລະນະລັດ ປະຊາຊົນ ຈີນ ຢ່າງເປັນທາງການ, ວັນທີ 9 ກໍລະກົດ, ຢູ່ນະຄອນ ຊູເຈົາ , ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ ເຈົາໜ໋າຍຊ໊ຽງ ເລຂາຄະນະພັກນະຄອນ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ ເຈົາໜ໋າຍຊ໊ຽງ
ເລຂາຄະນະພັກນະຄອນ ຊູເຈົາ (ພາບ: TTXVN)
      ທ່ານນາງປະທານສະພາແຫ່ງຊາດ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຕີລາຄາສູງ ແລະ ຖືເປັນບຸລິມະສິດແຖວໜ້າໃຫ້ແກ່ການພົວພັນກັບຈີນ. ການພົວພັນລະຫວ່າງສູນກາງ, ບັນດາກະຊວງ ແລະ ບັນດາທ້ອງຖິ່ນສອງປະເທດໄດ້ຮັບການພັດທະນາຢ່າງແຮງ. ຈີນ ແມ່ນຄູ່ຮ່ວມມືດ້ານເສດຖະກິດການຄ້າແຖວໜ້າຂອງ ຫວຽດນາມ. ໃນ 5 ເດືອນທີ່ຜ່ານມາ, ຈີນ ແມ່ນປະເທດລົງທຶນໃຫຍ່ທີ່ສຸດຢູ່ ຫວຽດນາມ.
        ທ່ານ ເຈົາໜ໋າຍຊ໊ຽງ ເລຂາຄະນະພັກນະຄອນ ຊູເຈົາ ຢັ້ງຢືນວ່າ: ນະຄອນ ຊູເຈົາ ໃຫ້ຄຳໝັ້ນສັນຍາວ່າຈະປະຕິບັດການຊີ້ນຳຂອງການນຳຂັ້ນສູງສອງປະເທດກ່ຽວກັບແຜນນະໂຍບາຍເພີ່ມທະວີການຮ່ວມມືລະຫວ່າງບັນດານະຄອນໃຫຍ່ຂອງ ຫວຽດນາມ ແລະ ຈີນ. ທ່ານ ເຈົາໜ໋າຍຊ໊ຽງ ຢັ້ງຢືນຕື່ມອີກວ່າ: ຈີນ ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມເປັນສຳຄັນທີ່ສຸດ. ພ້ອມທັງຕີລາຄາສູງພື້ນຖານເສດຖະກິດ ຫວຽດນາມ ທີ່ມີການພັດທະນາຢ່າງວ່ອງໄວໃນໄລຍະຜ່ານມາ, ທ່ານ ເຈົາໜ໋າຍຊ໊ຽງ ໃຫ້ຮູ້ວ່າ ບັນດາວິສາຫະກິດ ຊູເຈົາ ມີຄວາມປາດຖະໜາຢາກຮ່ວມມືກັບ ຫວຽດນາມ. ທ່ານ ເຈົາໜ໋າຍຊ໊ຽງ ເຊື່ອໝັ້ນວ່າ, ການຢ້ຽມຢາມຄັ້ງນີ້ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ຫວຽດນາມ ຈະຊຸກຍູ້ການພົວພັນຂອງສອງປະເທດ ຫວຽດນາມ - ຈີນເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກ່ວາອີກ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top