• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະຢູ່ແຂວງຮ່ານາມ

ພວກຂ້າພະເຈົ້າຍາມໃດກໍຖືວ່າ ທຸກສິ່ງທຸກຢ່າງ ຊຶ່ງປະເທດຊາດ ທີ່ມີໃນປັດຈຸບັນນີ້ ແມ່ນການເສຍສະຫຼະເລືອດເນື້ອຂອງບັນດານັກຮົບໄດ້ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ...

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ການພົບປະ

ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບ -ເສຍສະຫຼະຊີວິດເພື່ອຊາດ ( 27/07/1947 – 17/07/2018), ຕອນເຊົ້າວັນທີ 17 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຄະນະປະຕິບັດງານຂອງສະພາແຫ່ງຊາດ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ຢູ່ ສູນປິ່ນປົ່ວບໍາລຸງສຸຂະພາບໃຫ້ແກ່ທະຫານເສຍອົງຄະ, ທະຫານເຈັບປ່ວຍ ຢຸຍຕຽນ; ສູນປິ່ນປົ່ວບໍາລຸງສຸຂະພາບໃຫ້ແກ່ທະຫານເສຍອົງຄະ, ທະຫານເຈັບປ່ວຍ ໜັກ ດິງບ໋າງ ຢູ່ແຂວງຮ່ານາມ.

        ກ່າວຄໍາເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ສະແດງຄວາມປາດຖະໜາວ່າ ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ມີສຸຂະພາບເຂັ້ມແຂງ ເພື່ອຜ່ານຜ່າບັນດາຄວາມເຈັບປວດ ຈາກການເສຍອົງຄະ ແລະ ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ:

        “ສະພາແຫ່ງຊາດຍາມໃດກໍເອົາໃຈໃສ່ເຖິງການປະຕິບັດນະໂຍບາຍສໍາລັບທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ລະບອບນະໂຍບາຍບຸລິມະສິດສໍາລັບຜູ້ມີຄຸນງາມຄວາມດີ. ໃນການສ້າງນະໂຍບາຍໃຫ້ສົມບູນແບບ, ການຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສໍາຄັນໃຫ້ແກ່ປະເທດຊາດ, ພວກຂ້າພະເຈົ້າຍາມໃດກໍຖືວ່າ ທຸກສິ່ງທຸກຢ່າງ ຊຶ່ງປະເທດຊາດ ທີ່ມີໃນປັດຈຸບັນນີ້ ແມ່ນການເສຍສະຫຼະເລືອດເນື້ອຂອງບັນດານັກຮົບໄດ້ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ. ສະນັ້ນ,  ເມື່ອຕັດສິນບັນຫາໃດໜຶ່ງ ພວກຂ້າພະເຈົ້າກໍຕ້ອງຄໍານຶງເຖິງຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ, ບໍ່ປະໃຫ້ການເສຍສະຫຼະເລືອດເນື້ອຂອງຄົນລຸ້ນກ່ອນ ກາຍເປັນບັນດາການເສຍສະຫຼະບໍ່ມີຄວາມໝາຍ ຫາກຕ້ອງໃຫ້ຄົນລຸ້ນລູກລຸ້ນຫຼານຂອງປະຊາຊົນຫວຽດນາມຮໍ່າຮຽນຕາມ, ຈົດຈໍາເອົາຕະຫຼອດໄປ ເພື່ອເຮັດວຽກ, ສ້າງສາ, ຕໍ່ສູ້ ແລະ ປົກປັກຮັກສາປະເທດຊາດຂອງຕົນ ໃຫ້ນັບມື້ນັບຈະເລີນງອກງາມ ແລະ ຮັ່ງມີຍິ່ງຂຶ້ນ”.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top