ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຮອດສະໜາມບິນແຫ່ງຊາດ Minsk, ສ.ເບລາຣຸດ, ເລີ່ມຕົ້ນການຢ້ຽມຢາມ ສ.ເບລາຣຸດ ຢ່າງເປັນທາງການ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ສ.ເບລາຣຸດ
ການຢ້ຽມຢາມແນໃສ່ເປົ້າໝາຍຊຸກຍູ້ ແລະ ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ເບລາຣຸດ ແລະ ລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບລັດຖະສະພາ ເບລາຣຸດ ເລິກເຊິ່ງກ່ວາອີກ.
ຄາດວ່າ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຈະມີບັນດາການພົບປະເຈລະຈາກັບການນຳຂັ້ນສູງຂອງ ສ.ເບລາຣຸດ ແລະ ພົບປະກັບພະນັກງານ, ພາລະກອນສະຖານທູດ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສ.ເບລາຣຸດ.
(ແຫຼ່ງຄັດຈາກ VOV)