• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມສູນກະສິກຳເຕັກໂນໂລຊີສູງຢູ່ ໂຮນລັງ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມສູນກະສິກຳເຕັກໂນໂລຊີສູງ ແລະ ເຮັດວຽກກັບການນຳ ກຸ່ມສະຫະກອນ ໂຮນລັງ (Agriterra).

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຢ້ຽມຢາມຮູບແບບປູກດອກໄມ້

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນການຢ້ຽມຢາມ ລາຊາອະນາຈັກ ໂຮນລັງ ຢ່າງເປັນທາງການ, ຕອນເຊົ້າວັນທີ 28 ມີນາ, ຕາມເວລາທ້ອງຖິ່ນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມສູນກະສິກຳເຕັກໂນໂລຊີສູງ ແລະ ເຮັດວຽກກັບການນຳ ກຸ່ມສະຫະກອນ ໂຮນລັງ (Agriterra).

        ທ່ານນາງປະທານສະພາແຫ່ງຊາດ ແລະ ບັນດາສະມາຊິກຂອງຄະນະໄດ້ແລກປ່ຽນ, ຊອກຮູ້ບົດຮຽນໃນການຈັດຕັ້ງການເຄື່ອນໄຫວ, ການບໍລິຫານຂອງ Agriterra ຕື່ມອີກ, ພິເສດແມ່ນການຈັດຕັ້ງການຜະລິດຕາມລະບົບມູນຄ່າ ແລະ ບົດບາດຂອງສະພາແຫ່ງຊາດ, ລັດຖະບານໃນການໜູນຊ່ວຍ Agriterra ແລະ ບັນດາສະຫະກອນຢູ່ ໂຮນລັງ ກ່ຽວກັບນະໂຍບາຍ, ແຫຼ່ງກຳລັງ.


2 ຝ່າຍໄດ້ຖ່າຍຮູບເປັນທີ່ລະນຶກ 

ສ່ວນທ່ານ Kees Blokland, ຜູ້ອຳນວຍການກຸ່ມສະຫະກອນ ໂຮນລັງ (Agriterra) ໄດ້ຍິນດີຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ຊອກຫາການເຄື່ອນໄຫວຂອງສູນ; ພ້ອມທັງແນະນຳກ່ຽວກັບຮູບແບບການຮ່ວມມືລະຫວ່າງ ໂຮນລັງ ແລະ ຫວຽດນາມ ໃນຂົງເຂດນີ້.

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top