• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດເຂົ້າຮ່ວມພິທີໄຂວັນບຸນວັດທະນະທຳເຜົ່າຢ້າວທົ່ວປະເທດ

      ຕອນຄ່ຳວັນທີ 29 ກັນຍາ ຢູ່ ນະຄອນ ຕວຽນກວາງ ໄດ້ໄຂວັນບຸນວັດທະນະທຳເຜົ່າຢ້າວທົ່ວປະເທດຄັ້ງທີ ຫນຶ່ງ ແລະ ງານບຸນນະຄອນ ຕວຽນກວາງປີ 2017.

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ ເຂົ້າຮ່ວມພິທີໄຂວັນບຸນວັດທະນະທຳ ເຜົ່າຢ້າວ
      ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຖືວ່າ: ວັດທະນະທຳບັນດາເຜົ່າສ່ວນຫນ້ອຍ ແມ່ນມໍລະດົກອັນລ້ຳຄ່າ, ປະກອບສ່ວນສ້າງພື້ນຖານວັດທະນະທຳຫວຽດນາມ ອຸດົມສົມບູນ, ມີຫລາຍຮູບຫລາຍສີຂຶ້ນຕື່ມ. ໃນໄລຍະພັດທະນາໃຫມ່ຂອງປະເທດຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຖືວ່າ:
        “ ຂະແຫນງການ ແລະ ທ້ອງຖິ່ນຂັ້ນຕ່າງໆ ຄວນເຊີດຊູ ແລະ ເສີມຂະຫຍາຍບົດບາດຂອງບັນດາອົງການວັດທະນະທຳໃນການອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳພື້ນເມືອງຂອງປະຊາຄົມບັນດາເຜົ່າ, ສ້າງທຸກເງື່ອນໄຂດີທີ່ສຸດເພື່ອແນໃສ່ຍົກສູງລະດັບການຊົມໃຊ້ ແລະ ເຂົ້າຮ່ວມການເຄື່ອນໄຫວປະດິດຄິດສ້າງວັດທະນະທຳຂອງປະຊາຄົມບັນດາເຜົ່າຢູ່ຫວຽດນາມ, ສົມທົບກັນຢ່າງກົມກຽວກ່ຽວກັບເລື່ອງອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳບັນດາເຜົ່າກັບບັນດາການເຄື່ອນໄຫວພັດທະນາເສດຖະກິດ, ການທ່ອງທ່ຽວແບບຍືນຍົງຢູ່ບັນດາທ້ອງຖິ່ນ.”
      ຕອນເຊົ້າວັນດຽວກັນ ຢູ່ ນະຄອນຕວຽນກວາງ ໄດ້ດຳເນີນກອງປະຊຸມສຳມະນາດ້ວຍຫົວຂໍ້ “ການອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳເຜົ່າຢ້າວໃນສະພາບການເຊື່ອມໂຍງ ແລະ ພັດທະນາປະເທດຊາດ” ເຜົ່າຢ້າວຢູ່ ຫວຽດນາມ ມີກວ່າ 750.000 ຄົນ ແລະ ດຳລົງຊີວິດຕົ້ນຕໍຢູ່ ບັນດາແຂວງ ພູພຽງ ແລະ ພູດອຍທາງພາກເຫນືອຫວຽດນາມ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top