• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມເຈລະຈາກັບປະທານສະພາຕ່ຳກາຊັກສະຖານ

      ຕອນເຊົ້າວັນທີ 17 ຕຸລາ, ຢູ່ຫໍສະພາຕ່ຳ ກາຊັກສະຖານ ໄດ້ດຳເນີນພິທີຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ. 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມເຈລະຈາກັບປະທານສະພາຕ່ຳກາຊັກສະຖານ
      ທີ່ການເຈລະຈາພາຍຫລັງພິທີຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ທ່ານປະທານສະພາຕ່ຳ ກາຊັກສະຖານ Nurlan Nigmatulin ໄດ້ຢືນຢັນວ່າ: ເລື່ອງຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ພັນທະມິດເສດຖະກິດ ອາຊີ -ເອີລົບ ເບື້ອງຕົ້ນໄດ້ນຳມາໃຫ້ການຫັນປ່ຽນຕັ້ງຫນ້າ ແລະ ນຳມາເຊິ່ງຫລາຍກາລະໂອກາດໃຫ້ແກ່ບັນດາວິສາຫະກິດສອງປະເທດ. ເພາະສະນັ້ນ ສອງຝ່າຍຍາດແຍ່ງການບຸລິມະສິດດ້ານພາສີ ຊື່ງສັນຍາໄດ້ນຳມາໃຫ້ເພື່ອຍູ້ແຮງການນຳເຂົ້າສົ່ງອອກລະຫວ່າງສອງປະເທດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງີນ ໃຫ້ຮູ້ວ່າ:
        ສອງຝ່າຍຕີລາຄາໝາກຜົນ 1 ປີແຫ່ງການຜັນຂະຫຍາຍສັນຍາ, ຖອດຖອນບົດຮຽນ ແລະ ວາງອອກບັນດາມາດຕະການມີປະສິດທິຜົນ. ສອງຝ່າຍຍາດແຍ່ງການບຸລິມະສິດພາສີ ແລະ ຫວຽດນາມ ເພີ່ມການສົ່ງອອກບັນດາປະເພດສິນຄ້າໄປຍັງ ກາຊັກສະຖານຄື: ເຂົ້າສານ, ຢາງພາລາ, ກາເຟ, ສິນໃນນ້ຳ, ໂທລະສັບ, ແລະ ນຳເຂົ້າບັນດາປະເພດສິນຄ້າຈາກກາຊັກສະຖານຄື: ເຫລັກກ້າ, ແຮ່ທາດ ແລະ ສິນຄ້າປະເພດອື່ນ.
ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນທຸກອົງການ, ລະຫວ່າງພັກການເມືອງ, ລັດ, ລັດຖະບານ, ສະພາແຫ່ງຊາດ, ທ້ອງຖິ່ນ, ວິສາຫະກິດສອງປະເທດ ແລະ ພົບປະແລກປ່ຽນປະຊາຊົນ. ທ່ານນາງປະທານສະພາແຫ່ງຊາດ ສະເຫນີວ່າ:
        “ໃນຂົງເຂດປ້ອງກັນຄວາມສະຫງົບ, ສອງຝ່າຍເພີ່ມທະວີການຮ່ວມມື, ເອົາໃຈໃສ່ການແລກປ່ຽນຂໍ້ມູນຂ່າວສານ, ຕ້ານການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ອາດຊະຍາກຳເຕັກໂນໂລຊີສູງ, ການຈັດຕັ້ງອົບພະຍົບຢ່າງຜິດກົດໝາຍ. ກ່ຽວກັບການສຶກສາ ແລະ ບຳລຸງສ້າງ, ນີ້ແມ່ນຂົງເຂດຮ່ວມມືຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top