• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມສິ້ນສຸດການຢ້ຽມຢາມໂຮນລັງຢ່າງຈົບງາມ

ວັນທີ 29 ມີນາ, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງກັບຄືນເມືອປະເທດສິ້ນສຸດການຢ້ຽມຢາມ ໂຮນລັງ ຢ່າງຈົບງາມ.


ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ແລະ ຜູ້ຕາງຫນ້າບໍລິສັດ NACO

ພາບ:vietnam+

ກ່ອນທີ່ກັບຄືນເມືອປະເທດ, ຕອນເຊົ້າວັນທີ 29 ມີນາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບບໍລິສັດ NACO ຊື່ງແມ່ນບໍລິສັດໃຫ້ຄຳປຶກສາ, ອອກແບບສະຫນາມບິນ ແລະ ເຄີຍເຂົ້າຮ່ວມກວ່າ 550 ໂຄງການກໍ່ສ້າງສະຫນາມບິນຢູ່ 100 ປະເທດໃນໂລກ, ໃນນັ້ນ ຢູ່ ຫວຽດນາມ ແມ່ນໂຄງການກຸ່ມການບິນ ຫວຽດນາມ - ໂຮນລັງ ເພື່ອແນໃສ່ຫນູນຊ່ວຍການພັດທະນາຕະຫລາດການບິນຂອງຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມຫງວຽນທິກີມເງິນ ໃຫ້ຮູ້ວ່າ: ຂະແຫນງການບິນ ສວມບົດບາດສຳຄັນໃນພາລະກິດພັດທະນາເສດຖະກິດຂອງຫວຽດນາມ ແລະ ໄດ້ມີບັນດາບາດກ້າວພັດທະນາໃນໄລຍະມໍ່ໆມານີ້. ຫວຽດນາມ ພວມວາງແຜນກຳນົດພັດທະນາພື້ນຖານໂຄງລ່າງການບິນ. ສະນັ້ນ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ມີຄວາມເຊື່ອໝັ້ນວ່າ ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງການບິນຂອງຫວຽດນາມ ຈະນຳມາເຊິ່ງບັນດາກາລະໂອກາດດີໃຫ້ບັນດາບໍລິສັດ, ຜູ້ໃຫ້ຄຳປຶກສາ, ຜະລິດ ແລະ ຮາກຖານບຳລຸງສ້າງໃນຂະແຫນງການບິນ ແລະ ອາວະກາດຂອງໂຮນລັງ.

(ແຫຼ່ງຄັດຈາກ VOV)


ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top