• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບນາຍົກລັດຖະມົນຕີໄທ

ການພົວພັນຮ່ວມມືລະຫວ່າງ 2 ລັດຖະບານ ໄດ້ປະກອບສ່ວນຊຸກຍູ້ກົນໄກຮ່ວມມືເສດຖະກິດ, ປາດຖະໜາວ່າ ຫວຽດນາມ ເອົາໃຈໃສ່ເຖິງບັນດານັກລົງທຶນໄທ ແລະ ການເຄື່ອນໄຫວຂອງທະນາຄານໄທ ທີ່ຫາກໍ່ເປີດສາຂາຢູ່ຫວຽດນາມ.

(ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບນາຍົກລັດຖະມົນຕີໄທ ປະຣຸດ ຈັນໂອຊາ)

ຕອນບ່າຍວັນທີ 27 ສິງຫາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີໄທ ປະຣຸດ ຈັນໂອຊາ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີໄທ ປະຣຸດ ຈັນໂອຊາ ຖືວ່າ, ການພົວພັນຮ່ວມມືລະຫວ່າງ 2 ລັດຖະບານ ໄດ້ປະກອບສ່ວນຊຸກຍູ້ກົນໄກຮ່ວມມືເສດຖະກິດ, ປາດຖະໜາວ່າ ຫວຽດນາມ ເອົາໃຈໃສ່ເຖິງບັນດານັກລົງທຶນໄທ ແລະ ການເຄື່ອນໄຫວຂອງທະນາຄານໄທ ທີ່ຫາກໍ່ເປີດສາຂາຢູ່ຫວຽດນາມ; ສະເໜີໃຫ້ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນໄທ ຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີໄທ ຖືວ່າ, 2 ຝ່າຍຄວນເພີ່ມທະວີການຮ່ວມມືດ້ານທ່າກ່ຳປັ່ນ, ສິນໃນນ້ຳ, ການທ່ອງທ່ຽວ. ຄຽງຂ້າງນັ້ນ, 2 ປະເທດກໍ່ຄວນສົມທົບກັນແກ້ໄຂບັນຫາຂອງຊາວປະມົງ, ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ຊາວປະມົງຂອງ 2 ປະເທດ. ກ່ຽວກັບຂົງເຂດທ່ອງທ່ຽວ, 2 ປະເທດຄວນຊອກຫາຮູບແບບການທ່ອງທ່ຽວໃຫ້ເໝາະສົມກັບຄວາມຕ້ອງການຂອງປະຊາຊົນຢູ່ແຕ່ລະປະເທດ.

        ສ່ວນທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ສະໜັບສະໜູນລັດຖະບານ 2 ປະເທດເພີ່ມທະວີການຮ່ວມມື, ທ່ານປະທານະພາແຫ່ງຊາດ ກໍ່ຖືວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດພວມພັດທະນາຢ່າງດີງາມ, ໃນນັ້ນ ມີກົນໄກລັດຖະບານລວມຂອງລັດຖະບານຫວຽດນາມ ແລະ ໄທ. 2 ຝ່າຍຈະແບ່ງປັນບົດຮຽນກ່ຽວກັບການພັດທະນາການທ່ອງທ່ຽວ, ການຜະລິດເຕັກໂນໂລຊີສູງ, ນີ້ແມ່ນບັນດາຂົງເຂດເຊິ່ງທັງ 2 ຝ່າຍມີທ່າແຮງ ແລະ ມີຈຸດທີ່ຄ້າຍຄືກັນ…

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ວັນທີ 2 ພະຈິກຈະມາເຖິງ, ຢູ່ຮ່າໂນ້ຍ ສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ (EuroCham ຫວຽດນາມ) ຈະຈັດເວທີປາໄສເສດຖະກິດສີຂຽວ (GEF) 2023.

Top