• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງນາຍົກລັດຖະມົນຕີ ໄທ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ການຢ້ຽມຢາມຫວຽດນາມຂອງທ່ານນາງນາຍົກລັດຖະມົນຕີ ໄທ ຈະແມ່ນໂອກາດເພື່ອໃຫ້ສອງຝ່າຍນຳການພົວພັນ ສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃຫມ່, ແທດຈິງ ແລະມີປະສິດທິຜົນກວ່າ.
ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ມາຕ້ອນຮັບທ່ານນາງນາຍົກລັດຖະມົນຕີ ໄທ ແພທອງທານ ຊິນນະວັດ ຢູ່ ສະຫນາມບິນ ໂນ້ຍບ່າຍ. (ພາບ: Phạm Kiên/TTXVN)

ຕອນສວາຍວັນທີ 15 ພຶດສະພາ, ທ່ານນາງນາຍົກລັດຖະມົນຕີ ໄທ ແພທອງທານ ຊິນນະວັດ ເດີນທາງຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະລັດຖະບານຮ່ວມ ຫວຽດນາມ - ໄທ ແຕ່ວັນທີ 15 -16  ພຶດສະພາ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

ມາຕ້ອນຮັບຄະນະຜູ້ແທນຢູ່ສະຫນາມບິນສາກົນ ໂນ້ຍບ່າຍ ມີທ່ານ: ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມຫງວຽນແມ້ງເກື່ອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳໄທ ຟ້າມຫວຽດຮຸ່ງ.

ການຢ້ຽມຢາມຈະແມ່ນໂອກາດເພື່ອໃຫ້ສອງຝ່າຍນຳການພົວພັນ ສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃຫມ່, ແທດຈິງ ແລະມີປະສິດທິຜົນກວ່າ.

 

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີ World Bank ຫນູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງທີ່ມີຂອບຂະຫນາດໃຫຍ່

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີ World Bank ຫນູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງທີ່ມີຂອບຂະຫນາດໃຫຍ່

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ລັດຖະບານຫວຽດນາມ ຍາມໃດກໍ່ຖື World Bank ແມ່ນຄູ່ຮ່ວມມືສຳຄັນ, ໄວ້ເນື້ອເຊື່ອໃຈ ທີ່ໄດ້ມີການຫນູນຊ່ວຍຫລາຍຢ່າງ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງຫວຽດນາມ.

Top