• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວ​ປະ​ເທດ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວຫຼາຍກວ່າ 10,5 ລ້ານ​ເທື່ອ​ຄົນ​ໃນ 5 ວັນ​ພັກ​

ຕາມກົມການທ່ອງທ່ຽວແຫ່ງຊາດແລ້ວ, ສ່ວນຫຼາຍບັນດາສະຖານທີ່ທ່ອງທ່ຽວຈຸດສຸມໃນທົ່ວປະເທດລ້ວນແຕ່ຮັບຮູ້ສັນຍານທີ່ຕັ້ງໜ້າດ້ວຍຈຳນວນແຂກທ່ອງທ່ຽວເພີ່ມຂຶ້ນຫຼາຍ, ນັບແຕ່ 50 ເຖິງ 100% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024.
(ພາບປະກອບ)
ຕາມແຈ້ງການຂອງກົມການທ່ອງທ່ຽວແຫ່ງຊາດ, ທົ່ວປະເທດໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 10,5 ລ້ານເທື່ອຄົນໃນ 5 ວັນພັກບູນຜ່ານມາ, ໃນນັ້ນມີຫຼາຍທ້ອງຖິ່ນຕ້ອນຮັບຈຳນວນແຂກທ່ອງທ່ຽວເປັນຈຳນວນຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນໃນວັນພັກບູນໃນໂອກາດວັນທີ 30 ເມສາ ແລະ ວັນທີ 1 ພຶດສະພາ. ຕາມນັ້ນແລ້ວ, ໃນໂອກາດນີ້ ກໍ່ໄດ້ສ້າງຂີດໝາຍກ່ຽວກັບຈຳນວນແຂກທ່ອງທ່ຽວທີ່ມາຢ້ຽມຢາມ, ມາທ່ອງທ່ຽວຫຼາຍກ່ວາອີກນັບແຕ່ພາຍຫຼັງພະຍາດໂຄວິດ - 19, ດ້ວຍຈຳນວນແຂກທ່ອງທ່ຽວກ່ວາ 10,5 ລ້ານເທື່ອຄົນ, ເພີ່ມຂຶ້ນກ່ວາ 31% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ຕາມກົມການທ່ອງທ່ຽວແຫ່ງຊາດແລ້ວ, ສ່ວນຫຼາຍບັນດາສະຖານທີ່ທ່ອງທ່ຽວຈຸດສຸມໃນທົ່ວປະເທດລ້ວນແຕ່ຮັບຮູ້ສັນຍານທີ່ຕັ້ງໜ້າດ້ວຍຈຳນວນແຂກທ່ອງທ່ຽວເພີ່ມຂຶ້ນຫຼາຍ, ນັບແຕ່ 50 ເຖິງ 100% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024. ນະຄອນ ໂຮ່ຈີມິນ ເຊິ່ງແມ່ນສະຖານທີ່ດຳເນີນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 - 30/04/2025)  ໄດ້ດຶງດູດແຂກທ່ອງທ່ຽວຫຼາຍກ່ວາ 3 ລ້ານເທື່ອຄົນ. ບັນດາແຂວງ, ນະຄອນອື່ນກໍ່ຕ້ອນຮັບແຂກທ່ອງທ່ຽວຫຼາຍກ່ວາ 1 ລ້ານເທື່ອຄົນເຊິ່ງແມ່ນ ແທັງຮ່ວາ (1,6 ລ້ານເທື່ອຄົນ), ກ໋ວາງນິງ (1,1 ລ້ານເທື່ອຄົນ), ແຄ້ງຮ່ວາ (1 ລ້ານເທື່ອຄົນ).

(ແຫຼ່ງຄັດຈາກ VOV)

ເວທີປາໄສ ແຊງຊາງ ປັກກິ່ງ ປີ 2026 ມຸ່ງໄປເຖິງບັນດາຈຸດຮ້ອນເຮັ່ງດ້ານຄວາມໝັ້ນຄົງທົ່ວໂລກ

ເວທີປາໄສ ແຊງຊາງ ປັກກິ່ງ ປີ 2026 ມຸ່ງໄປເຖິງບັນດາຈຸດຮ້ອນເຮັ່ງດ້ານຄວາມໝັ້ນຄົງທົ່ວໂລກ

ວັນ​ທີ 08 ພຶດ​ສະ​ພາ, ມີ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາດ, ນັກ​ຮ​ຽນ​ຮູ້ ແລະ ຜູ້​ຕາງ​ໜ້າກວ່າ 120 ທ່ານ​ທີ່​ມາ​ຈາກກວ່າ 40 ປະ​ເທດ ພ້ອມ​ດ້ວຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ຈັດກຽມ​ເວ​ທີ​ປາ​ໄສແຊ​ງ​ຊາງ ປັກ​ກິ່ງ ແນ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ເຮັ່ງ​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແລະ ສາ​ກົນ, ກໍ​ຄື​ໃນ​ອະ​ນາ​ຄົດ​ຂອງ​ການ​ບໍ​ລິ​ຫານ​ທົ່ວ​ໂລກ.

Top