• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອໄວຣັດ SARS-CoV-2 ກວ່າ 930.000 ຄົນ

      ວັນທີ 02 ເມສາ, ເອີລົບ ແລະ ອາເມລິກາ ສືບຕໍ່ແມ່ນຈຸດຮ້ອນເຮັ່ງຂອງໂລກລະບາດໂຄວິດ-19 ຂອງໂລກ. ປະຈຸບັນຈຳນວນຜູ້ຕິດໂລກລະບາດໂຄວິດ-19 ໃນທົ່ວໂລກ ໄດ້ຫຼາຍກວ່າ 930.000 ຄົນ, ມີຜູ້ເສຍຊີວິດເກືອບ 47.000 ຄົນຢູ່ 205 ປະເທດ ແລະ ເຂດແຄ້ວນ.

ບັນຈຳນວນຜູ້ຕິດໂລກລະບາດໂຄວິດ-19 ໃນທົ່ວໂລກ ໄດ້ຫຼາຍກວ່າ 930.000 ຄົນ, ມີຜູ້ເສຍຊີວິດເກືອບ 47.000 ຄົນ
(ພາບປະກອບ: REUTERS)
      ສະນັ້ນ, ຢູ່ໃນໂລກພຽງແຕ່ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ໄດ້ມີຜູ້ຕິດເຊື້ອໄວຣັດ SARS–CoV ແມ່ນ 79.076 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 4.825 ຄົນ .
        ໃນເວລາ 24 ຊົ່ວໂມງຜ່ານມາ, ເອີລົບ ມີຜູ້ເສຍຊີວິດນັບພັນໆຄົນຍ້ອນໂລກລະບາດໂຄວິດ-19 ຕື່ມອີກ, ໃນນັ້ນຈຳນວນຜູ້ຕິດໄວຣັດໃໝ່ໄດ້ເພີ່ມຂຶ້ນນັບໝື່ນໆຄົນ. ສະເພາະປະເທດອີຕາລີ, ວັນທີ 01 ເມສາ ໄດ້ມີ 4.800 ຄົນຕິດພະຍາດໂຄວິດໃໝ່ຕື່ມອີກ ແລະ ມີຜູ້ເສຍຊີວິດກວ່າ 720 ຄົນ. ຕໍ່ໜ້າສະພາບການດັ່ງກ່າວ, ວັນທີ 01 ເມສາ, ທ່ານນາຍົກລັດຖະມົນຕີອີຕາລີ Giuseppe Conte ໄດ້ລົງນາມໃນລັດຖະດຳລັດຕໍ່ເວລາປິດລ້ອມທົ່ວປະເທດໄປຮອດວັນທີ 13 ເມສາ.
        ໃນຂະນະນັ້ນ, ຢູ່ແອັດສະປາຍ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ ມີຜູ້ຕິດໄວຣັດເກືອບ 8.200 ຄົນ ແລະ 923 ຄົນເສຍຊີວິດ, ນີ້ແມ່ນຕົວເລກຫຼາຍທີ່ສຸດຢູ່ເອີລົບ.
        ຢູ່ຝລັ່ງ, ໄລ່ຮອດວັນທີ 01 ເມສາ, ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ- 19 ໄດ້ຂຶ້ນເຖິງ 4.000 ຄົນ. ໃນນັ້ນຜູ້ເສຍຊີວິດມີອາຍຸຫຼາຍກວ່າ 70 ປີ ກວມເອົາ 83%. ປະຈຸບັນ, ມີ 11.000 ຄົນໄດ້ຮັບການປິ່ນປົວຫາຍດີແລ້ວ.
        ຢູ່ອາເມລິກາ ໃນຮອບເວລາ 24 ຊົ່ວໂມງຜ່ານມາໄດ້ມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ- 19 ຕື່ມອີກ 884 ຄົນ.
        ສ່ວນຢູ່ອາຊີ, ປະຈຸບັນ ຈີນ ຍັງບໍ່ທັນປະກາດຈຳນວນຜູ້ຕິດໂລກລະບາດລາຍໃໝ່ຕື່ມອີກ. ໃນຂະນະນັ້ນ, ສ.ເກົາຫຼີ ມີ 89 ຄົນຕິດ nCoV ຕື່ມອີກ.
        ຢູ່ອາຊີຕາເວັນອອກສ່ຽງໃຕ້, ມາເລເຊຍ ມີ 2.900 ຄົນຕິດໂຄວິດໃໝ່ຕື່ມອີກ ແລະ  45 ຄົນເສຍຊີວິດ. ອິນໂດເນເຊຍ ມີ 157 ຄົນເສຍຊີວິດ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top