• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 96,6 ລ້ານຄົນ

      ໄລ່ຮອດເວລາ 1 ໂມງຂອງວັນທີ 20 ມັງກອນ ຕາມເວລາ UTC, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 96.588.996 ຄົນ,ໃນນັ້ນ ມີຜູ້ເສຍຊີວິດ 2.063.878 ຄົນ.
ສະຖານທີ່ລົງທະບຽນສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ເຢຍລະມັນ (ພາບ:TTXVN)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 20 ມັງກອນ ຕາມເວລາ UTC, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 96.588.996 ຄົນ,ໃນນັ້ນ ມີຜູ້ເສຍຊີວິດ 2.063.878 ຄົນ. ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງແມ່ນ  ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ ແມ່ນ 411.434 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 24.799.787 ຄົນ. ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.
            ເອີລົບ ພວມແມ່ນຈຸດໃຈກາງແຜ່ລະບາດໂຄວິດ - 19 ໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 30,8 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 665.607 ຄົນ, ຖັດຈາກນັ້ນແມ່ນ ບັນດາປະເທດ ອາເມລິກາ ລາຕິນ ແລະ Caribe.
ທ່ານປະທານາທິບໍດີ ອາເມລິກາ ຄົນໃໝ່ Joe Biden ກ່າວຄຳເຫັນທີ່ພິທີໄວ້ອາໄລຫາດວງວິນຍານຂອງຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 (ພາບ:Reuters)     
ໃນເຫດການທີ່ກ່ຽວຂ້ອງ, ເພື່ອອາໄລຫາດວງວິນຍານຂອງຜູ້ເສຍຊີວິດຈາກການຕິດເຊື້ອໂຄວິດ - 19, ວັນທີ 19 ມັງກອນ, ຄະນະກຳມະການຈັດຕັ້ງພິທີສາບານຕົວເຂົ້າດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ ໄດ້ຈັດພິທີໄວ້ອາໄລຫາດວງວິນຍານຂອງຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຂຶ້ນ ຢູ່ ສະໜາມຫຼວງແຫ່ງຊາດ, ນະຄອນຫຼວງວໍຊີງຕັນ. ໂດຍມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ອາເມລິກາ ຄົນໃໝ່ Joe Biden ແລະ ທ່ານນາງຮອງປະທານາທິບໍດີຄົນໃໝ່ Kamala Harris.
(ແຫຼ່ງຄັດຈາກ VOV)

 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top