• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 77,7 ລ້ານຄົນ

      ຢູ່ເອີລົບ, ຈຸດສຸມໃນເວລາ 24 ຊົ່ວໂມງທີ່ຜ່ານມາ ກ່ຽວຂ້ອງເຖິງເຊື້ອໄວຣັດ SARS-CoV-2 ສາຍພັນໃໝ່ ທີ່ພວມແຜ່ລາມຢ່າງແຮງຢູ່ອັງກິດ. 

ປະຊາຊົນອັງກິດພວມປະເຊີນໜ້າກັບເຊື້ອໄວຣັດ SARS-CoV-2 ສາຍພັນໃໝ່ ທີ່ພວມແຜ່ລາມຢ່າງແຮງ (ພາບ: AFP/TTXVN) 
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 22 ທັນວາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດເກືອບ 77,7 ລ້ານຄົນ, ໃນນັນມີ ຜູ້ເສຍຊີວິດກ່ວາ 1,7 ລ້ານຄົນ. ອາເມລິກາສືບຕໍ່ແມ່ນໃຈກາງພະຍາດໃຫຍ່ທີ່ສຸດຂອງ ໂລກ, ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 18.454.626  ຄົນ ແລະ ຜູ້ເສຍຊີວິດແມ່ນ 326.668 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
        ຢູ່ເອີລົບ, ຈຸດສຸມໃນເວລາ 24 ຊົ່ວໂມງທີ່ຜ່ານມາ ກ່ຽວຂ້ອງເຖິງເຊື້ອໄວຣັດ SARS-CoV-2 ສາຍພັນໃໝ່ ທີ່ພວມແຜ່ລາມຢ່າງແຮງຢູ່ອັງກິດ. ວັນທີ 21 ທັນວາ, ຫຼາຍປະເທດເອີລົບ, ອາຊີ ແລະ ອາເມລິກາລາຕິນ ໄດ້ຕັດສິນຢຸດຕິບັດນາຖ້ຽວບິນສອງສົ້ນໄປຍັງປະເທດນີ້. ເຖິງຢ່າງໃດກໍ່ຕາມ, ອົງການອະນາໄມໂລກ (WHO) ຖືວ່າ ເຊື້ອໄວຣັດ SARS-CoV-2 ສາຍພັນໃໝ່ທີ່ຫາກໍ່ໄດ້ກວດພົບຢູ່ອັງກິດນັ້ນ ຍັງສາມາດຄວບຄຸມດ້ວຍບັນດາມາດຕະການທີ່ມີຢູ່ແລ້ວໃນປັດຈຸບັນ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top