• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 147 ລ້ານຄົນ

      ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 25 ເມສາ (ຕາມເວລາ UTC), ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 147 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 3,11 ລ້ານຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 32,7 ລ້ານຄົນ ແລະ ຜູ້ເສຍຊີວິດ ກ່ວາ 585.700 ຄົນ. ໃນວັນທີ 24 ເມສາ, ອາເມລິກາ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກກ່ວາ 42.100 ຄົນ.
            ຢູ່ອິນເດຍ - ສະຖານທີ່ເກີດໂລກລະບາດໂຄວິດ - 19 ໃຫຍ່ອັນດັບທີ 2 ຂອງໂລກ, ຊຶ່ງມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 16,9 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 192.300 ຄົນ. ນີ້ແມ່ນຈຳນວນຕົວເລກສູງທີ່ສຸດນັບແຕ່ເວລາໂລກລະບາດໂຄວິດ - 19 ເກີດຂຶ້ນຢູ່ປະເທດນີ້.
            ແລະກໍ່ໃນວັນດຽວກັນ, ລາວໄດ້ຢັ້ງຢືນວ່າ ປະເທດນີ້ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 88 ຄົນ, ໃນນັ້ນມີ 84 ຄົນ ຢູ່ ວຽງຈັນ, 2 ຄົນ ຢູ່ຈຳປາສັກ, 2 ຄົນ ຢູ່ບໍແກ້ວ. ນີ້ແມ່ນວັນທີ 2 ຢ່າງລຽນຕິດ ລາວ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກຢູ່ລະດັບ 2 ຕົວເລກ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ບັນດາຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກນີ້ ລ້ວນແຕ່ໄດ້ຕິດເຊື້ອໃນຊຸມຊົນ ໃນນັ້ນມີ ເດັກນ້ອຍ, ດ້ວຍສະຖານທີ່ເກີດໂລກລະບາດໂຄວິດ - 19 ຍັງແມ່ນ ນະຄອນຫຼວງວຽນຈັນ.
(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top