ຂ່າວສານ
ທູດພິເສດຂອງທ່ານເລຂາທິການໃຫຍ່ໂຕເລິມ ແຈ້ງໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIV ໃຫ້ວົງຄະນະຍາດຊາວຫວຽດນາມ ອາໄສຢູ່ສະຫະພັນ ລັດເຊຍ
ວັນທີ 25 ກຸມພາ, ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ ສະຫະພັນ ລັດເຊຍ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ, ທ່ານ ເລຮວ່າຍຈຸງ ທູດພິເສດຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະ ກັບໝູ່ຄະນະພະນັກງານສະຖານທູດ, ຜູ້ຕາງໜ້າວົງການຊາວໜຸ່ມປັນຍາຊົນ ແລະ ຊາວຫວຽດນາມອາໄສຢູ່ ສະຫະພັນ ລັດເຊຍ, ແຈ້ງກ່ຽວກັບບັນດາໝາກຜົນອັນພົ້ນເດັ່ນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ກອງປະຊຸມໃຫຍ່ຄັ້ງທີ XIV), ກ່ຽວກັບບັນດາໜ້າທີ່ສຳຄັນ ເຊິ່ງຄະນະການນຳຂອງປະເທດຊາດໄດ້ວາງອອກເພື່ອ ນຳຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່ຢ່າງໝັ້ນແກ່ນ.
ຢູ່ການພົບປະ, ທ່ານເລຮວ່າຍຈຸງ ລັດຖະມົນຕີການຕ່າງປະເທດໄດ້ສະຫງວນເວລາກ່າວກ່ຽວກັບ 3 ເນື້ອໃນຫຼັກລວມມີ: ໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIV, ການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ ແລະ ບັນດາໜ້າທີ່ທີ່ໄດ້ວາງອອກ. ໃນນັ້ນ, ທ່ານ ເລຮວ່າຍຈຸງ ເນັ້ນໜັກວ່າ ພາຍໃຕ້ການຊີ້ນຳຂອງການນຳຂັ້ນສູງຂອງສອງປະເທດ, ການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ ໄດ້ພັດທະນາຢ່າງມີຄວາມຂະຫຍັນຂັນເຄື່ອນທີ່ສຸດ, ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຕໍ່ກຳລັງຄວາມສາມາດ ແລະ ອະນາຄົດຂອງການພົວພັນສອງຝ່າຍ.







