ຂ່າວສານ
ທູດພິເສດອາເມລິກາລາຍງານຕໍ່ສະພາແຫ່ງຊາດກ່ຽວກັບໝາກຜົນກອງປະຊຸມສຸດຍອດລະຫວ່າງສ ອາເມລິກາ ແລະ ສປປ ເກົາຫຼີ
ທ່ານ Stephen Biegun ໄດ້ສະເໜີລາຍລະອຽດການເຄື່ອນໄຫວທີ່ກອງປະຊຸມດັ່ງກ່າວ, ກໍຄືບັນດາບາດກ້າວຕໍ່ໄປໃນຄວາມມານະພະຍາຍາມດ້ານການທູດ. ພາຍຫຼັງອອກຈາກຫ້ອງປະຊຸມ, ທ່ານ Stephen Biegun ໄດ້ປະຕິເສດຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ Yonhap ກ່ຽວກັບເລື່ອງ ທ່ານມີແຜນການຈະໄປເຖິງພຽງຢາງ ໃນໄລຍະຈະມາເຖິງຫຼືບໍ່?
ກ່ອນໜ້ານັ້ນ, ວັນທີ 04 ມີນາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ສະແດງຄວາມຫວັງວ່າ ຈະຈັດສົ່ງກຸ່ມປະຕິບັດງານໄປຍັງສປປ.ເກົາຫຼີ ໃນຊຸມອາທິດຈະມາເຖິງ.
ອາທິດກ່ອນ, ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ - ສປປ.ເກົາຫຼີ ກ່ຽວກັບເລື່ອງປອດນິວເຄຼຍໃນແຫຼມເກົາຫຼີ ໄດ້ສິ້ນສຸດລົງ, ແຕ່ຍັງບໍ່ທັນມີແຜນການຈັດການພົບປະສຸດຍອດຄັ້ງຕໍ່ໄປເທື່ອ.
(ແຫຼ່ງຄັດຈາກ VOV)