• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທຸກ​ແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢ່າ​ງ​ອຶກ​ກະ​ທຶ​ກ​ຄຶກ​ໂຄມ

ຢູ່ນະຄອນຫຼວງ ຮ່າໂນ້ຍ, ລາຍການສະແດງແສງສີສິລະປະ ດ້ວຍເຄື່ອງບິນບໍ່ມີຄົນຂັບ (ດຣອນ - drone) ຈຳນວນ 2024 ລຳ ໄດ້ດຳເນີນໃນຕອນກາງຄືນວັນທີ 9 ກຸມພາ - ເຊິ່ງເປັນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ດ້ວຍຫົວຂໍ້ “ເມືອງຫຼວງ - ປະຫວັດສາດນັບພັນປີ” ໄດ້ສ້າງຄວາມຈັບອົກຈັບໃຈໃຫ້ແກ່ປະຊາຊົນ.
ລາຍການສະແດງ ດຣອນ ໄດ້ສ້າງຄວາມປະທັບໃຈຫຼາຍແກ່ປະຊາຊົນນະຄອນຫຼວງ (ພາບ: nhadautu.vn)

ລາຍການສະແດງດັ່ງກ່າວໄດ້ນຳເອົາເທບນິຍາຍ ໂຕມັງກອນທີ່ສັກສິດໄດ້ເຕົ້າໂຮມຢູ່ເມືອງຫຼວງຢ່າງຮຸ່ງເຮືອງເຫຼືອງເຫຼື້ອມ ແລະ ສະຫງ່າລາສີ. ດຣອນ 2024 ລຳ ດ້ວຍຫຼາຍສີສັນທີ່ແຕກຕ່າງກັນ ໄດ້ສ້າງຮູບພາບທີ່ສວຍງາມທີ່ສຸດຂອງ ທັງລອງ - ຮ່າໂນ້ຍ. ຈຸດພົ້ນເດັ່ນຂອງລາຍການສະແດງດຣອນດັ່ງກ່າວ ແມ່ນຮູບໂຕມັງກອນສະໄໝລາດຊະວົງ ຫຼີ, ເຊິ່ງຕາງໜ້າໃຫ້ຄຸນນະທາດອັນສູງສົ່ງ, ພູມປັນຍາ ແລະ ນ້ຳໃຈອຸ້ມຊູຊ່ວຍເຫຼືອ, ແມ່ນສັນຍາລັກທີ່ສັກສິດຕິດພັນກັບຊາດ ຫວຽດນາມ. ເອື້ອຍ ຫງວຽນແທງເຮືອງ, ປະຊາຊົນນະຄອນ ຮ່າໂນ້ຍ ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ:

“ຂ້າພະເຈົ້າຮູ້ສຶກວ່າ ກ່ອນຈະຮັບຊົມລາຍການນີ້ແມ່ນຕື່ນເຕັ້ນຫຼາຍ, ເພາະວ່ານີ້ແມ່ນລາຍການທີ່ມີຄວາມໝາຍ ແລະ ອາລັງການຫຼາຍ. ອີກຢ່າງ, ຂ້າພະເຈົ້າກໍ່ຍັງບໍ່ຮູ້ວ່າມັນຈະໄດ້ສະແດງຄືແນວໃດ. ແຕ່ເມື່ອໄດ້ຮັບຊົມລາຍການນີ້ກັບຕາແລ້ວ ຈຶ່ງເຫັນໄດ້ເຖິງຄວາມອາລັງການຂອງການສະແດງນີ້. ຂ້າພະເຈົ້າປະທັບໃຈທີ່ສຸດແມ່ນຮູບພາບໂຕມັງກອນບິນຂຶ້ນ ທ້ອງຟ້າພ້ອມດ້ວຍແຖວໜັງສື ອວຍພອນປີໃໝ່, ຊົມເຊີຍວັນສ້າງຕັ້ງພັກ, ຕ້ອນຮັບລະດູບານໃໝ່. ລາຍການນີ້ ມີຄວາມໝາຍທີ່ສຸດ ແລະ ນຳມາເຊິ່ງຄວາມຫວັງຄວາມເບີກບານມ່ວນຊື່ນ ແລະ ຄວາມຜາສຸກໃຫ້ແກ່ປະຊາຊົນໃນປີໃໝ່ນີ້”.

ພາຍຫຼັງລາຍການສະແດງດຣອນນັ້ນ ແມ່ນການຍິງບັ້ງໄຟດອກໄລຍະສູງ ທີ່ແກ່ຍາວເປັນເວລາ 15 ນາທີ, ຕ້ອນຮັບບຸນປີໃໝ່ປີມະໂລງ 2024.

ການຍິງບັ້ງໄຟດອກຕ້ອນຮັບບຸນປີໃໝ່ (ພາບ: sggp.org.vn)

ຢູ່ກາເມົາ ແລະ ນະຄອນ ໂຮ່ຈີມິນ ທ້ອງຟ້າມີຄວາມສະຫວ່າງສະໄຫວ ແລະ ຮຸ່ງເຮືອງເຫຼືອງເຫຼື້ອມດ້ວຍແສງສີຂອງການຍິງບັ້ງໄຟດອກໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ເຊັ່ນດຽວກັນ.

ຕ້ອນຮັບບຸນປີໃໝ່ປະຈຳຊາດປີມະໂລງ 2024, ປະຊາຊົນມີຄວາມຫວັງວ່າ ປີໃໝ່ນີ້ ຈະມີຄວາມກ້າວໜ້າທີ່ໜ້າຊື່ນຊົມຫຼາຍຢ່າງ, ໂດຍສະເພະແມ່ນໃນບັນດາຂົງເຂດທີ່ ຫວຽດນາມ ມີທ່າແຮງ ສົ່ງອອກໃນໄລຍະຜ່ານມາ. ປະຊາຊົນປາດຖະໜາວ່າ ເສດຖະກິດຂອງປະເທດຊາດຈະສືບຕໍ່ພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມອີ່ມໜຳສຳລານ, ສົມບູນພູນສຸກ, ວິສາຫະກິດດຳເນີນທຸລະກິດໄດ້ເປັນຢ່າງດີ, ກຳມະກອນມີວຽກເຮັດງານທຳທີ່ຖາວອນ.

(ແຫຼ່ງຄັດຈາກ VOV)

ສ້າງ​ແຮງ​ກະ​ຕຸ້ນ​ໃໝ່, ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

ສ້າງ​ແຮງ​ກະ​ຕຸ້ນ​ໃໝ່, ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

ທ່ານ ເລ​ຮ່​ວາຍ​ຈຸງ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ດ້ວຍ​ ​ບັນ​ດາ​ເປົ້າ​ໝາຍ​ທີ່​ວາງ​ອອກ​ບັນ​ລຸ​ໄດ້​ລະ​ດັບ​ສູງ.

Top