• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທີ່ຕັ້ງຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຍົກສູງບົນເວທີສາກົນ

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຮ່າ​ກີ​ມງ້ອກ
(ພາບອິນເຕີແນັດ)
      ວັນ​ທີ 19/01 ຢູ່ ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຈັດ​ຕັ້ງ​ການ​ພົບ​ປະ​ຜູ້​ຕາງໜ້າ​ບັນດາ​ອົງການ​ສຳນັກ​ງານການ​ທູດ, ນັກຂ່າວ, ຜູ້​ຊ່ວຍ​ວຽກ​ການ​ຂ່າວ, ຕ່າງປະ​ເທດ​ປະຈຳ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ 2017. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຮ່າ​ກີ​ມງ້ອກ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2016, ການ​ພົວພັນ​ຂອງ ກວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື​​ໄດ້​​ຮັບ​ການຊຸກຍູ້ຕາມ​ທິດ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ຫວຽດນາມ ​ໄດ້ຕ້ອນຮັບ​ຄະນະ​ປະມຸກ​ລັດ, ການ​ນຳ​ຂັ້ນ​ສູງ, ບັນດາລັດຖະມົນຕີ​ການ​ຕ່າງປະ​ເທດມາຢ້ຽມຢາມ ຫວຽດນາມ ກ່ວາ 30 ຄະນະ ​ແລະ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ສຳ​ເລັດ​ຫລາຍ​ເຫດການ​ສາກົນ​ສຳຄັນ​. ຫວຽດນາມ ​ໄດ້​ສຳ​ເລັດ​ບົດບາດ​ຂອງ​ຕົນເປັນ​ຢ່າງ​ດີ ​ແລະ ​ໄດ້ຮັບ​ການ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະຊາ​ຄົມສາກົນ  ​ແລະ ​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ຫລາຍເວທີ​ປາ​ໄສ ​ແລະ ອົງການ​ຈັດ​ຕັ້ງ​ດ້ວຍຈຳນວນ​ບັດ​ສະ​ໜູ​ບສະ​ໜູນ​ສູງ. ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະມາຊິກ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ກໍ່ສ້າງ ​ແລະ ພັດທະນາ​ປະຊາ​ຄົມ ອາ​ຊຽນ ​ເປັນ​ຢ່າງ​ດີ. ທີ່​ຕັ້ງ​ຂອງ ຫວຽດນາມ ສືບ​ຕໍ່​ໄດ້​ຍົກ​ສູງ​ບົນ​ເວທີ​ສາກົນ.
(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top