• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທິມ​ບານ​ເຕະ U23 ຫວຽດ​ນາມ ຊີງ​ແຊັມ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ 3 ຄັ້ງ​ຢ່າງ​ລ​ຽນ​ຕິດ

ທິມບານເຕະ U23 ຫວຽດນາມ ໄດ້ກາຍເປັນທິມບານເຕະຊາຍທຳອິດທີ່ຊິງແຊັມ ອາຊີຕາເວັນອອກສ່ຽງໃຕ້ ເປັນ 3 ຄັ້ງລຽນຕິດ, ພາຍຫຼັງທີ່ເອົາຊະນະຕໍ່ທິມຊາດ U23 ອິນໂດເນເຊຍ 1 ປະຕູຕໍ່ 0.
ໄຊຊະນະຂອງທິມບານເຕະ U23 ຫວຽດນາມ ສືບຕໍ່ຢັ້ງຢືນທີ່ຕັ້ງນຳໜ້າຂອງຖັນແຖວນັກກິລາບານເຕະໜຸ່ມ ຫວຽດນາມ ໃນພາກພື້ນ (ພາບ: AFF)

ທິມບານເຕະ U23 ຫວຽດນາມ ໄດ້ກາຍເປັນທິມບານເຕະຊາຍທຳອິດທີ່ຊິງແຊັມ ອາຊີຕາເວັນອອກສ່ຽງໃຕ້ ເປັນ 3 ຄັ້ງລຽນຕິດ, ພາຍຫຼັງທີ່ເອົາຊະນະຕໍ່ທິມຊາດ U23 ອິນໂດເນເຊຍ 1 ປະຕູຕໍ່ 0, ໃນຮອບຊິງຊະນະເລີດໃນຕອນຄ່ຳວັນທີ 29 ກໍລະກົດ, ຢູ່ເດີ່ນ Gelora Bung Karno, ອິນໂດເນເຊຍ.  

ຄວາມເບີກບານໃຈເພີ່ມຂຶ້ນທົບ 2 ເທົ່າ ເມື່ອກອງໜ້າ ຫງວຽນດິ່ງບັກ ກາຍເປັນນັກກິລາຄົນທຳອິດຂອງ ຫວຽດນາມ ທີ່ຍາດໄດ້ລາງວັນ ນັກເຕະດີເດັ່ນທີ່ສຸດໃນປະຫວັດສາດການແຂ່ງຂັນ U23  ອາຊີຕາເວັນອອກສ່ຽງໃຕ້.

ໃນຈົດໝາຍຊົມເຊີຍໄຊຊະນະຂອງທິມບານເຕະ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ໄຊຊະນະນີ້ສືບຕໍ່ຢັ້ງຢືນທີ່ຕັ້ງນຳໜ້າຂອງຖັນແຖວນັກກິລາບານເຕະໜຸ່ມ ຫວຽດນາມ ໃນພາກພື້ນ, ພ້ອມທັງແມ່ນສັນຍາລັກໃຫ້ແກ່ເຈດຈຳນົງບືນຕົວຂຶ້ນ, ມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງໄວໜຸ່ມ ຫວຽດນາມ - ລຸ້ນສືບຕໍ່ປະຕິບັດຄວາມຝັນບືນຕົວຂຶ້ນສູ່ເວທີລະດັບທະວີບ ແລະ ໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ”. ສິ່ງ​ດັ່ງ​ກ່າວ ໂດຍ​ທ່ານ ດັ້ງ​ຮ​ວ່າງ​ຢາງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ ເນື່ອງ​ໃນ​ໂອ​ກາດ​ ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ລັດ​ຖະ​ສະ​ພາ​ສາ​ກົນ ຄັ້ງ​ທີ 152 (IPU), ຢູ່ Istanbul (ຕວັກ​ກີ)

Top