ຂ່າວສານ
ທິມຍິງບັ້ງໄຟດອກຂອງ ຈີນ ຊີງແຊັມໃນເທດສະການຍິງບັ້ງໄຟດອກສາກົນ ດ່າໜັງ DIFF ປີ 2025
ດ້ວຍຫົວຂໍ້ “ດ່າໜັງ: ແກ້ວມະນີປະກາຍແຈ້ງ, ນະຄອນແຫ່ງອະນາຄົດ”, ທິມຍິງບັ້ງໄຟດອກ Jiangxi Yangfeng Art Display ຂອງ ຈີນ ໄດ້ສະແດງລາຍການຍິງບັ້ງໄຟດອກທີ່ເຕັມໄປດ້ວຍສີສັນ ປະສານກັບສຽງດົນຕີຂອງ 10 ບົດເພງ, ພິເສດ ແມ່ນມີການສະຫຼັບສັບຊ້ອນບົດເພງຫວຽດ “ບັກປຫຼິງ - ບົດເພງແນະນຳກ່ຽວກັບແຂວງ ບັກນິງ ຂອງ ຫວຽດນາມ” ເຮັດໃຫ້ລາຍການສະແດງແສງສີມີຄວາມຄຶກຄື້ນ ເຊື່ອມຕໍ່ລະຫວ່າງສອງພື້ນຖານວັດທະນະທໍທ. ລາຍການສະແດງດັ່ງກ່າວກໍເປັນການສະແດງຄວາມຮູ້ບຸນຄຸນທີ່ມີຕໍ່ນະຄອນ ດ່າໜັງ, ນະຄອນທະເລທີ່ພວມບືນຕົວຂຶ້ນຢ່າງແຮງ, ມຸ່ງໄປເຖິງອະນາຄົດພັດທະນາແບບຍືນຍົງ ແລະ ນະວັດຕະກຳ.
ໃນຂະນະນັ້ນ, ທິມ Z121 Vina Pyrotech ຂອງກະຊວງປ້ອງກັນປະເທດ ຫວຽດນາມ ຍາດໄດ້ອັນດັບທີສອງໃນເທດສະການ DIFF ປີ 2025 ດ້ວຍການສະແດງພາຍໃຕ້ຫົວຂໍ້ “ສານແຫ່ງສັນຕິພາບ” ທີ່ນຳໃຊ້ບັ້ງໄຟ 7000 ດອກ.