• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທິມບານ​ສົ່ງຍິງ ຫວຽດ​ນາມ ສ້າງ​ຜົນ​ງານປະ​ຫວັດ​ສາດ​ຢູ່ FIVB Challenger Cup 2024

ທິມບ້ານສົ່ງຍິງ ຫວຽດນາມ ໄດ້ສ້າງສິ່ງມະຫັດສະຈັນທີ່ງານແຂ່ງຂັນສາກົນ FIVB Challenger Cup 2024, ທີ່ໄດ້ດຳເນີນຢູ່ ຟີລິບປິນ, ພາຍຫຼັງເອົາຊະນະ ທິມບານສົ່ງຍິງ ແບນຊິກ ເພື່ອຄ້ວາໄດ້ຫຼຽນທອງໃນວັນທີ 7 ກໍລະກົດ.
  ນັກກິລາບານສົ່ງ ຫງວຽນທິບິກຕວຽນ (ພາບ:volleyballworld.com)  

ຜົນງານນີ້ໄດ້ສ້າງຂີດໝາຍເປັນຄັ້ງທຳອິດ ທິມບານສົ່ງຍິງ ຫວຽດນາມ ຄ້ວາໄດ້ຫຼຽນທອງຢູ່ງານແຂ່ງຂັນລະດັບສູງຄື FIVB Challenger Cup 2024. ດ້ວຍໄຊຊະນະນີ້, ຫວຽດນາມ ໄດ້ຮັບຕື່ມອີກ 6,3 ຄະແນນໃນຕາຕະລາງຈັດອັນດັບໂລກ ແລະ ກ້າວຂຶ້ນ 2 ອັນດັບ, ຂຶ້ນເຖິງອັນດັບ 32 ໃນໂລກ ເຊິ່ງແມ່ນອັນດັບສູງທີ່ສຸດໃນປະຫວັດສາດກິລາບານສົ່ງຍິງ ຫວຽດນາມ.

ງານແຂ່ງຂັນບານສົ່ງ FIVB Challenger Cup 2024 ໄດ້ດຳເນີນແຕ່ວັນທີ 4 – 7 ກໍລະກົດ, ຢູ່ສະໜາມກິລາ Ninoy Aquino (Manila, ຟິລິບປິນ) ດ້ວຍການເຂົ້າຮ່ວມຂອງ 8 ທິມລວມມີ: ຟິລິບປິນ, ຫວຽດນາມ, Puerto Rico, ເຄນຢາ, ແບນຊິກ, ຊູແອັດ, ສ.ເຊັກໂກ ແລະ ອາກຊັງຕິນ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ຕາມບົດລາຍງານແລ້ວ, ໃນຈຳນວນບັນດາປະເທດຖືກຜົນສະທ້ອນລວມມີ ໂຊມາລີ, ລັດເຊຍ, ອີຣານ, ອາບການິດສະຖານ, ບຣາຊິນ, ນີເຊລີ ແລະ ໄທ.

Top