• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທາບທາມຄຳເຫັນດ້ານການເມືອງຫວຽດນາມ-ບັງກະລາເທດ ຄັ້ງປະຖົມມະເລີກ

      ວັນທີ 6 ສິງຫາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງດິ່ງກຸ້ຍ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ບັງກະລາເທດ Md. Shahidul Haqua ເປັນປະທານຮ່ວມກອງປະຊຸມ ທາບທາມຄຳເຫັນດ້ານການເມືອງຄັ້ງປະຖົມມະເລີກ ຢູ່ Dhaka, ປະເທດ ບັງກະລາເທດ. 
ຄະນະຜູ້ແທນ ຫວຽດນາມ ທີ່ກອງປະຊຸມ
      ລັດຖະມົນຕີສອງທ່ານໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການຢູ່ແຕ່ລະປະເທດ ແລະ ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍ ກ່ຽວກັບດ້ານການເມືອງ, ການຄ້າ ແລະ ການລົງທຶນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ສອງຝ່າຍຢືນຢັນວ່າ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ ແລະ ພາກພື້ນ. ບັງກະລາເທດຮັບຮູ້ຂໍ້ສະເໜີຂອງຫວຽດນາມ ກ່ຽວກັບການສະໜັບສະໜູນຫວຽດນາມ ກາຍເປັນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ສະໜັບສະໜູນການອອກສະໜັກຮັບເລືອກຕັ້ງຂອງຫວຽດນາມ ເຂົ້າໃນຕຳແໜ່ງຜູ້ອຳນວຍການໃຫຍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ ( UNESCO ) ໃນອາຍຸການ 2017-2022. ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຫວຽດນາມຕີລາຄາສູງທັດສະນະຂອງບັງກະລາເທດກ່ຽວກັບບັນຫາທະເລຕາເວັນອອກ. ຕາມນັ້ນແລ້ວ, ບັງກະລາເທດຢືນຢັນ ຖືເປັນສຳຄັນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເສລີ, ຄວາມໝັ້ນຄົງປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ສະໜັບສະໜູນບັນດາຝ່າຍ ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ເຄົາລົບຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (  DOC ) ຢ່າງເຂັ້ມງວດ.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top