• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະຫານ ແລະ ປະຊາຊົນຢູ່ເຂດໝູ່ເກາະທີ່ຫ່າງໄກກະກຽມຕ້ອນຮັບບຸນເຕັດ

ບຸນເຕັດຢູ່ເກາະ ໂຖຈູ (ຫ່າງຈາກເຂດດິນຕໍ່ແຜ່ນປະມານ 200 ກມ), ນອກຈາກມີເຂົ້າຕົ້ມແລ້ວ ຍັງມີສີບົວຂອງຕົ້ນດອກຄາຍ ເຍິດເຕິນ (ເຊິ່ງແມ່ນບ້ານທີ່ປູກຕົ້ນດອກຄາຍມາເປັນເວລາຫຼາຍປີ ແລະ ມີຊື່ສຽງທີ່ສຸດຂອງ ຮ່າໂນ້ຍ).
(ການເຄື່ອນໄຫວກະກຽມຕ້ອນຮັບບຸນເຕັດຂອງທະຫານປ້ອມຣາດາ 610)

ໃນຊຸມມື້ນີ້, ຢູ່ທຸກແຫ່ງຫົນ, ບັນດາຜູ້ທີ່ເຮັດວຽກຢູ່ແດນໄກຈາກຄອບຄົວກໍ່ໄດ້ຂ້ຽວຟ້າວກັບເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດພ້ອມກັບຄອບຄົວ ພາຍຫຼັງຊຸມມື້ໄປຫາເງິນລ້ຽງຊີບ. ໃນຂະນະນັ້ນ, ຢູ່ບັນດາເຂດໝູ່ເກາະທາງທິດຕາເວັນຕຕົກພາກໃຕ້ຂອງ ຫວຽດນາມ, ບັນດານັກຮົບທະຫານກໍ່ເກັບຄວາມຄິດຮອດຍາດຕິພີ່ນ້ອງໄວ້ເພື່ອເຮັດໜ້າທີ່ປົກປັກຮັກສາຄວາມສະຫງົບໃຫ້ແກ່ເຂດທະເລຂອງປະເທດຊາດ. ເຖິງວ່າບໍ່ໄດ້ກັບເມືອຫາກັບຄອບຄົວກໍ່ຕາມ, ແຕ່ບັນດາທະຫານຢູ່ທີ່ນີ້ພັດໄດ້ຮັບຄວາມຮັກແພງຢ່າງເຕັມປ່ຽມຈາກປະຊາຊົນ ແລະ ການແບ່ງປັນຂອງມິດສະຫາຍ, ເພື່ອນຮ່ວມກົມກອງທີ່ພ້ອມກັນກະກຽມຕ້ອນຮັບບຸນເຕັດ.

ການຫໍ່ເຂົ້າຕົ້ມແມ່ນໜຶ່ງໃນບັນດາການເຄື່ອນໄຫວກະກຽມຕ້ອນຮັບບຸນເຕັດຂອງທະຫານປ້ອມຣາດາ 610, ກອງພັນໃຫຍ່ 551, ທະຫານເຮືອເຂດ 5. ປ້ອມຣາດາຕັ້ງຢູ່ເຂດສູງສຸດຂອງເກາະ ນາມຢູ, ເຂດພິເສດ ກຽນຫາຍ, ແຂວງ ອານຢາງ. ເກາະແຫ່ງນີ້ຫ່າງຈາກເຂດດິນຕໍ່ແຜ່ນ (ຕາແສງ ແຣກຢາ, ແຂວງ ອານຢາງ) ປະມານ 100 ກມ. ບຸນເຕັດປີນີ້ ມີທະຫານຫຼາຍຄົນບໍ່ໄດ້ກັບເມືອບ້ານ ຍ້ອນພວມປະຕິບັດໜ້າທີ່ພິເສດ. ທ່ານຮ້ອຍເອກ ເຈິ່ນຫຶວຕວານ, ພະນັກງານການເມືອງປ້ອມຣາດາ 610, ຜູ້ທີ່ໄດ້ຕ້ອນຮັບບຸນເຕັດຢູ່ບັນດາເຂດເກາະທາງທິດຕາເວັນຕົກສ່ຽງໃຕ້ມາເປັນເວລາ 8 ປີ, ແບ່ງປັນວ່າ:

“ການຫໍ່ເຂົ້າຕົ້ມແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ. ຈັດການຫໍ່ເຂົ້າຕົ້ມທະຫານປະຊາຊົນໃນຊຸມມື້ບຸນເຕັດແມ່ນຈຸດວັດທະນະທຳສະເພາະຂອງພະນັກງານ, ທະຫານທີ່ພວມປະຕິບັດໜ້າທີ່ຢູ່ເຂດໝູ່ເກາະທາງທິດຕາເວັນຕົກສ່ຽງໃຕ້. ສຳລັບພວກຂ້າພະເຈົ້າແລ້ວ, ພະນັກງານ, ນັກຮົບຍາມໃດກໍ່ມີຄວາມອຸ່ນອຽນໃຈປະຕິບັດວຽກງານ, ກຽມພ້ອມທີ່ຈະຮັບໜ້າທີ່ປະຈຳການຢູ່ກົມກອງ. ນີ້ແມ່ນໜຶ່ງໃນບັນດາໜ້າທີ່ທີ່ສັກກະລາບູຊາຂອງທະຫານຜູ້ໜຶ່ງ ຕັດສິນໃຈປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ, ປະເທດຊາດ.

ປີໃດກໍ່ເຊັ່ນດຽວກັນ, ເອື້ອຍນ້ອງແມ່ຍິງ ແລະ ບັນດາສະມາຊິກຊາວໜຸ່ມ ກໍ່ມີໜ້າເພື່ອພ້ອມກັບບັນດາທະຫານຫໍ່ເຂົ້າຕົ້ມ. ບັນດາເຂົ້າຕົ້ມສີຂຽວສີ່ແຈສາກນອກຈາກຮັກສາບັນຍາກາດຂອງບຸນເຕັດແລ້ວ, ການຫໍ່ມັດທີ່ແໜ້ນນັ້ນຍັງເປັນການສະແດງໃຫ້ເຫັນນ້ຳໃຈລະຫວ່າງທະຫານ ແລະ ປະຊາຊົນທີ່ໃກ້ຊິດສະໜິດສະໜົມອີກດ້ວຍ. ເອື້ອຍ ຫງວຽນທິຖາວ, ອຳນວຍການໂຮງຮຽນອະນຸບານ ອານເຊີນ, ໃຫ້ຮູ້ວ່າ:

“ທະຫານສົມທົບກັນຈັດການຫໍ່ເຂົ້າຕົ້ມ, ແບ່ງປັນນຳກັນ. ພ້ອມກັນລະຫຼິ້ນບັນດາການລະຫຼິ້ນພື້ນເມືອງ, ງານພົບປະແລກປ່ຽນ. ຢູ່ເຂດເກາະ, ພໍ່ແມ່ປະຊາຊົນຕ້ອນຮັບບຸນເຕັດ ດ້ວຍບັນດາເຍື່ອງອາຫານທີ່ສົ່ງມາຈາກເຂດດິນຕໍ່ແຜ່ນ. ອຳນາດການປົກຄອງທ້ອງຖິ່ນ, ບັນດາຄະນະ, ຂະແໜງການ, ໝູ່ຄະນະໄດ້ໜູນຊ່ວຍບັນດາຄອບຄົວທຸກຍາກ. ເວົ້າລວມແລ້ວ, ບຸນເຕັດຢູ່ເຂດໝູ່ເກາະແມ່ນມີຄວາມອຸ່ນອຽນໃຈ, ອົບອຸ່ນທີ່ສຸດ”.

ບຸນເຕັດຢູ່ເກາະ ໂຖຈູ  (ຫ່າງຈາກເຂດດິນຕໍ່ແຜ່ນປະມານ 200 ກມ), ນອກຈາກມີເຂົ້າຕົ້ມແລ້ວ ຍັງມີສີບົວຂອງຕົ້ນດອກຄາຍ ເຍິດເຕິນ (ເຊິ່ງແມ່ນບ້ານທີ່ປູກຕົ້ນດອກຄາຍມາເປັນເວລາຫຼາຍປີ ແລະ ມີຊື່ສຽງທີ່ສຸດຂອງ ຮ່າໂນ້ຍ). ເມື່ອໄດ້ຮັບຂອງຂວັນທີ່ເຕັມໄປດ້ວຍຄວາມອົບອຸ່ນຈາກເຂດດິນຕໍ່ແຜ່ນນີ້, ບັນດາທະຫານຢູ່ປ້ອມຣາດາ 610, ກອງພັນໃຫຍ່ 551, ທະຫານເຮືອເຂດ 5 ມີຄວາມຕື້ນຕັນໃຈທີ່ສຸດ ແລະ ໄດ້ເລີ່ມປະດັບປະດາບ່ອນຕ້ອນຮັບບຸນເຕັດ. ແທ່ນບູຊາປະທານ ໂຮ່ຈີມິນ ລຽບງ່າຍ ແຕ່ສະຫງ່າຜ່າເຜີຍ, ໄດ້ຈັດດອກໄມ້ສົດ, ຄູ່ເຂົ້າຕົ້ມ, ພາໝາກໄມ້ 5 ຊະນິດ ຂໍໃຫ້ປີໃໝ່ປະສົບແຕ່ສິ່ງດີງາມ. ພ້ອມກັນນັ້ນ, ງ່າຕົ້ນດອກເໝີຍສີເຫຼືອງ, ປະດັບບັນດາດອກໄມ້ເຈ້ຍສີແດງ ໃນນັ້ນໄດ້ຂຽນຄຳຖາມທີ່ໄດ້ຮັບການກະກຽມຢ່າງລະອຽດລະອໍ ກະກຽມໃຫ້ການເຄື່ອນໄຫວຈົກຄຳຖາມ ແລະ ຕອບຄຳຖາມ ທີ່ຈະໄດ້ຈັດຂຶ້ນໃນປີໃໝ່. ຈ່າໂທ ເລຈິລິງ, ໃຫ້ຮູ້ວ່າ:

“ເປັນຄັ້ງທຳອິດທີ່ຂ້າພະເຈົ້າຕ້ອນຮັບບຸນເຕັດຢູ່ເຂດໝູ່ເກາະ, ບັນຍາກາດມ່ວນຊື່ນທີ່ສຸດ ຍ້ອນໄດ້ຮັບການໜູນ່ຊວຍຈາກທ້ອງຖິ່ນ ແລະ ທຸກຂັ້ນ. ຂ້າພະເຈົ້າກໍ່ຄິດຮອດຄອບຄົວ ແຕ່ຍ້ອນຍັງຕ້ອງປະຕິບັດໜ້າທີ່. ເນື່ອງໃນໂອກາດບຸນເຕັດ ຂໍໃຫ້ຄອບຄົວ, ພໍ່ແມ່ ມີສຸຂະພາບແຂງແຮງຕະຫຼອດໄປ. ຕ້ອນຮັບບຸນເຕັດຢ່າງເບີກບ່ານມ່ວນຊື່ນ ແລະ ຄົບຖ້ວນ ພ້ອມກັບຍາດຕິພີ່ນ້ອງໃນຄອບຄົວ”.

ບໍ່ພຽງແຕ່ກະກຽມຕ້ອນຮັບບຸນເຕັດຢ່າງຄົບຖ້ວນຢູ່ກົມກອງເທົ່ານັ້ນ, ປ້ອມຣາດາ 610 ຍັງຫ້າງຫາກະກຽມຂອງຂວັນໜູນຊ່ວຍ 7 ຄອບຄົວນະໂຍບາຍ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ເຂດພິເສດອີກດ້ວຍ. ທ່ານຮ້ອຍເອກ ເລຊີ້ທັງ, ຫົວໜ້າປ້ອມຣາດາ 610, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າມີລາຍການ ໜຶ່ງກົມກອງຕິດພັນກັບໜຶ່ງສະຖານທີ່ແຫ່ງຄວາມຮັກ, ແຕ່ລະໄຕມາດເຊື່ອມຕໍ່ກັບເຂດພິເສດ ໂຖຈູ, ເຂົາເຈົ້າຈະມອບໃຫ້ພວກເຮົາສະຖານທີ່ແຫ່ງໜຶ່ງ, ເຮືອນທີ່ປະສົບກັບຫຍຸ້ງຍາກໃດໜຶ່ງ, ທາງກົມກອງຈະຈັດຄະນະໄປຢ້ຽມຢາມ, ມອບເຄື່ອງຂອງທີ່ຈຳເປັນຄື ເຂົ້າສານ, ນ້ຳມັນຄົວກິນ, ນ້ຳປາ. ສ່ວນໃນໂອກາດບຸນເຕັດ, ເຂດພິເສດກໍ່ໄດ້ຈັດລາຍການໄປຢື້ຢາມຖາມຂ່າວບັນດາຄອບຄົວນະໂຍບາຍ, ມອບຂອງຂວັນທີ່ຫັກຈາກແຫຼ່ງທຶນເພີ່ມຜະລິດຜົນຂອງກົມກອງ”.

        ຢູ່ແຫ່ງທີ່ທັງປີມີຄື້ນລົມ, ບຸນເຕັດວຽນມາຜ່ານບັນດາຈຸດເວລາທີ່ລຽບງ່າຍ, ອົບອຸ່ນໄປດ້ວຍນ້ຳໃຈທະຫານປະຊາຊົນ. ໃນບັນຍາກາດທີ່ດິນຟ້າພວມປ່ຽນລະດູການນັ້ນ, ທະຫານແຕ່ລະຄົນຍິ່ງເພີ່ມເຈດຈຳນົງອັນໝັ້ນແກ່ນ, ຢືດໝັ້ນປະຕິບັດໜ້າທີ່ປົກປັກຮັກສາເຂດດິນແດນສັກກະລະບູຊາຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຢ້ຽມຢາມ, ລະດົມກຳລັງໃຈພະນັກງານ, ພາລະກອນ, ນັກເຕັກນິກຂອງ VOV

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຢ້ຽມຢາມ, ລະດົມກຳລັງໃຈພະນັກງານ, ພາລະກອນ, ນັກເຕັກນິກຂອງ VOV

ມີຫຼາຍຊ່ອງກະຈາຍສຽງໄດ້ຮັບການຕີລາຄາສູງຈາກປະຊາຊົນ. ນີ້ແມ່ນຜົນງານຂອງນ້ຳໃຈຄວາມຮັບຜິດຊອບ, ຄວາມຮັກຕໍ່ອາຊີບ, ຄວາມຄາດຫວັງຮັບໃຊ້ປະຊາຊົນ.

Top