• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະນາຄານແຫ່ງລັດ ສືບຕໍ່ຊີ້ນຳການປະຕິບັດນະໂຍບາຍໜູນຊ່ວຍທຶນໃຫ້ວິສາຫະກິດ

ໃນໄລຍະຕໍ່ໄປ, ທະນາຄານແຫ່ງລັດ ຈະສືບຕໍ່ປະຕິບັດນະໂຍບາຍຫຼຸດຜ່ອນອັດຕາດອກເບ້ຍ ໂດຍອີງໃສ່ການຕີລາຄາສະພາບການເສດຖະກິດພາຍໃນປະເທດ ກໍຄືສາກົນ.
  ທ່ານຜູ້ວ່າການທະການແຫ່ງລັດ ຫວຽດນາມ ດ່າວມິງຕູ (ພາບ: VGP)  

ທີ່ການຖະແຫຼງຂ່າວຂອງກອງປະຊຸມປະຈຳເດືອນ ເມສາປີ 2023 ຂອງລັດຖະບານ ຫວຽດນາມ, ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 05 ພຶດສະພາ, ທ່ານຜູ້ວ່າການທະການແຫ່ງລັດ ຫວຽດນາມ ດ່າວມິງຕູ ໃຫ້ຮູ້ວ່າ: ໃນໄລຍະຕໍ່ໄປ, ທະນາຄານແຫ່ງລັດ ຈະສືບຕໍ່ປະຕິບັດນະໂຍບາຍຫຼຸດຜ່ອນອັດຕາດອກເບ້ຍ ໂດຍອີງໃສ່ການຕີລາຄາສະພາບການເສດຖະກິດພາຍໃນປະເທດ ກໍຄືສາກົນ, ພ້ອມທັງຈະຍົກອອກການກຳນົດທິດລະອຽດໃຫ້ບັນດາທະນາຄານການຄ້າກ່ຽວກັບການຫຼຸດຜ່ອນອັດຕາດອກເບ້ຍໃຫ້ກູ້ຢືມ.

“ພວກຂ້າພະເຈົ້າ  ສືບຕໍ່ບໍລິຫານນະໂຍບາຍເງິນຕາຢ່າງມີໄຫວພິບ, ເໝາະສົມ ແລະ ຮັບປະກັນເປົ້າໝາຍຕົ້ນຕໍ, ນັ້ນແມ່ນຄວບຄຸມໄພເງິນເຟີ້, ຮັກສາລາຄາແລກປ່ຽນເງິນດົ່ງໃຫ້ເປັນປົກກະຕິ ແລະ ຮັບປະກັນຄວາມກົມກຽວລະຫວ່າງອັດຕາແລກປ່ຽນເງິນຕາ ແລະ ດອກເບ້ຍ. ຍ້ອນເຫດນັ້ນ, ການບໍລິຫານດອກເບ້ຍແມ່ນອີງໃສ່ຈິດໃຈຂົນຂວາຍ, ຊີ້ນຳໃຫ້ບັນດາທະນາຄານການຄ້າຫຼຸດຜ່ອນບັນດາລາຍຈ່າຍ ເພື່ອສ້າງເງື່ອນໄຂໃຫ້ແກ່ການຫຼຸດອັດຕາດອກເບ້ຍໃຫ້ບັນດາວິສາຫະກິດ ແລະ ປະຊາຊົນທີ່ກູ້ຍືມທຶນໃຫ້ເປັນຢ່າງດີທີ່ສຸດ”.

ທີ່ການຖະແຫຼງຂ່າວ, ທ່ານຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ຫງວຽນດຶກຈີ ໃຫ້ຮູ້ວ່າ: ບັນດາກະຊວງ, ຂະແໜງການ ຈະລາຍງານຕໍ່ລັດຖະບານບັນດາມາດຕະການຮັບມືກັບພາສີຕ່ຳສຸດທົ່ວໂລກໂດຍໄວ ເພື່ອຮັບປະກັນໃຫ້ການເງິນ ຫວຽດນາມ, ທັງຮັບປະກັນສະພາບແວດລ້ອມແຫ່ງການລົງທຶນ ເພື່ອສືບຕໍ່ດຶງດູດນັກລົງທຶນຕ່າງປະເທດ.

 

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top